ປະເພດ

ຕິດຕໍ່

ໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍ
ທີ່ຕັ້ງ: ໜ່ວຍ 6, ຕາແສງ ບັກລີ໋, ນະຄອນ ດົ່ງເຮິຍ, ແຂວງ ກວາງບິ່ງ
 ໂທລະສັບ: +842326 258 016
Email: trungcapluat@gmail.com

ພະນັກງານປະຈຳການ
ທ່ານ ຫງວຽນ ເຈືອງ ແອງ ຕູ໋

ໂທລະສັບ: +842326 252 007
ມືຖື: +84971 990 882
  Email: anhtu.vientiane@gmail.com

Trang nhất » ຂ່າວ » ບົດລາຍງານກິດຈະກໍາ

ຖອດຖອນບົດຮຽນວຽກງານ 3 ສ້າງ ຂະແໜງການສຶກສາ ແລະ ກິລາ

ວັນພະຫັດ - 07/06/2018 14:29

ກອງປະຊຸມຖອດຖອນ ບົດຮຽນການຈັດຕັ້ງປະຕິບັດ ວຽກງານ 3 ສ້າງໃນຂະແໜງ ການສຶກສາ ແລະ ກິລາ ໄດ້ຈັດ ຂຶ້ນເມື່ອວັນທີ 17 ພຶດສະພາ ທີ່ສະຖາບັນຄົ້ນຄວ້າວິທະຍາ ສາດການສຶກສາ (ສວສ) ໂດຍ


ການເປັນປະທານຂອງທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິ ການ ແລະ ກິລາ, ມີຮອງລັດ ຖະມົນຕີບັນດາຫົວໜ້າກົມ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ນະຄອນ ຫຼວງວຽງຈັນ ແລະ ພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ຜູ້ເຂົ້າ ຮ່ວມໄດ້ຮັບຟັງການສະຫຼຸບ ການຈັດຕັ້ງປະຕິບັດວຽກງານ 3 ສ້າງ ໃນຂະແໜງການສຶກສາ ແລະ ກິລາ ປະຈຳປີ 2017 ແລະ ວາງທິດທາງແຜນການຮອດປີ 2020, ທົບທວນນິຕິກຳກ່ຽວ ກັບການແບ່ງຂັ້ນຄຸ້ມຄອງການ ສຶກສາ ແລະ ກິລາ ໃນຂະແໜງ ການສຶກສາ ແລະ ກິລາ, ຖອດ ຖອນບົດຮຽນການຈັດຕັ້ງປະຕິ ບັດວຽກງານ 3 ສ້າງ ໃນຂະ ແໜງການສຶກສາ ແລະ ກິລາ, ຮັບຟັງການປະກອບຄຳຄິດຄຳ ເຫັນກ່ຽວກັບການເຄື່ອນໄຫວ ວຽກງານ 3 ສ້າງໃນໄລຍະພັກ ຮຽນ ປະຈຳປີ 2017, ຮັບຟັງ ການສະເໜີຮ່າງປັບປຸງນິຕິກຳ ການແບ່ງຂັ້ນຄຸ້ມຄອງການ ສຶກສາ ແລະ ກິລາ, ໂຄງການ ປັບປຸງຄຸນນະພາບການສຶກສາ ແລະ ກິລາຢູ່ເຂດຫ່າງໄກສອກ ຫຼີກ ແລະ ແຜນການໃນປີຕໍ່ ໜ້າ, ຈາກນັ້ນ ບັນດາຜູ້ເຂົ້າ ຮ່ວມໄດ້ພ້ອມກັນປະກອບຄຳ ຄິດຄຳເຫັນໃສ່ວຽກງານດັ່ງ ກ່າວ ແນໃສ່ເພື່ອເຮັດໃຫ້ການ ຈັດຕັ້ງປະຕິບັດໄດ້ຮັບຜົນສຳ ເລັດເປັນກ້າວໆ. (ຂ່າວ: ສຳນານ) 


Nguồn tin: www.vientianemai.net

ຂ່າວຫຼ້າສຸດ

ຂ່າວເກົ່າ

 

ກິດຈະກໍາວິດີໂອ

ໂຮງຮຽນກົດຫມາຍໃນ Dong Hoi, Quang Binh

ຕິດຕໍ່ ເຊື່ອມໂຍງເວັບໄຊ

ສະຖິຕິ

  • ຜົນການຊອກຫາຜູ້ຊົມໃຊ້: 0
  • ໃນມື້ນີ້: 41
  • ເດືອນປັດຈຸບັນ: 3923
  • hits ທັງຫມົດ: 439456

ພາບກິດຈະກໍາ

  • 1
  • 1
  • 1
  • 1
  • 1