ໄຈ້ແຍກຄວາມແຕກຕ່າງ ແລະ ຄ້າຍຄືກັນຂອງລະບົບການເມືອງ
- ວັນພະຫັດ - 07/06/2018 14:33
- |ພິມອອກ
- |Đóng cửa sổ này


ການຈັດສຳມະນາວິທະຍາສາດໃນຫົວຂໍ້ ການເມືອງລາວ-ຫວຽດນາມ ໄຈ້ແຍກ ສົມທຽບ ຄັ້ງນີ້ ແມ່ນຈັດຂຶ້ນເປັນຄັ້ງທີສອງ ເພື່ອສືບຕໍ່ລົງເລິກຄົ້ນຄວ້າເຖິງພຶດຕິກຳ ພ້ອມທັງຈະໄດ້ໄຈ້ແຍກ ແລະ ສົມທຽບໃຫ້ເຫັນເຖິງຄວາມແຕກຕ່າງ ແລະ ຄວາມຄ້າຍຄືກັນ ລະຫວ່າງລະບົບການເມືອງລາວ ກັບລະບົບການເມືອງຫວຽດນາມ ວິໄຈໃຫ້ເຫັນຜົນສະທ້ອນຂອງບັນດາປັດໄຈຕ່າງໆໃນລະບົບການເມືອງ ເນັ້ນໃຫ້ເຫັນເຖິງຄວາມແຕກຕ່າງ ຄວາມຄ້າຍຄືກັນດ້ານການຈັດຕັ້ງພາລະບົດບາດ ຫຼັກການ ກົນໄກການເຄື່ອນໄຫວ ສ້າງຄວາມກະຈ່າງແຈ້ງຕື່ມດ້ານພຶດຕິກຳ ຕໍ່ກັບກົນໄກການເລືອກເອົາພະນັກງານມາປະຕິບັດບົດບາດຄວບຕຳແໜ່ງ ຕີລາຄາໃຫ້ຊັດເຈນເຖິງສາຍພົວພັນລະຫວ່າງກົງຈັກພັກ ແລະ ກົງຈັກຂອງລັດ ສິດອຳນາດຂອງພັກ-ລັດ ແນວລາວສ້າງຊາດ ອົງການຈັດຕັ້ງການເມືອງ-ສັງຄົມ ພ້ອມນີ້ຍັງໄດ້ຄົ້ນຄວ້າໃຫ້ເລິກໃນສາຍພົວພັນລະຫວ່າງສາມອຳນາດລັດ ຢືນຢັນເຖິງບົດບາດການກຳອຳນາດຂອງພັກການເມືອງ ເພື່ອສືບຕໍ່ເສີມຂະຫຍາຍຄຸນຄ່າອັນດີ ຊອກວິທີການຈຳກັດສິ່ງທີ່ບໍ່ທັນຄ່ອງຕົວ ພາໃຫ້ລະບົບການເມືອງເຄື່ອນໄຫວບໍ່ທັນໂລ່ງລ່ຽນ ປະສິດທິພາບບໍ່ທັນສູງ.