ປະເພດ

ຕິດຕໍ່

ໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍ
ທີ່ຕັ້ງ: ໜ່ວຍ 6, ຕາແສງ ບັກລີ໋, ນະຄອນ ດົ່ງເຮິຍ, ແຂວງ ກວາງບິ່ງ
 ໂທລະສັບ: +842326 258 016
Email: trungcapluat@gmail.com

ພະນັກງານປະຈຳການ
ທ່ານ ຫງວຽນ ເຈືອງ ແອງ ຕູ໋

ໂທລະສັບ: +842326 252 007
ມືຖື: +84971 990 882
  Email: anhtu.vientiane@gmail.com

Trang nhất » ຂ່າວ » ບົດລາຍງານກິດຈະກໍາ

ໄຈ້ແຍກຄວາມແຕກຕ່າງ ແລະ ຄ້າຍຄືກັນຂອງລະບົບການເມືອງ

ວັນພະຫັດ - 07/06/2018 14:33

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ຈັດສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້ ການເມືອງລາວ-ຫວຽດນາມ ໄຈ້ແຍກ ສົມທຽບ ຂຶ້ນວັນທີ 23 ພຶດສະພາ 2018 ທີ່ສະຖາບັນດັ່ງກ່າວ ເປັນປະທານຮ່ວມຂອງທ່ານ ທອງສະລິດ ມັງໜໍ່ເມກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ທ່ານ ເລ ກວັກ ລີ ຮອງຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິງ ສສ ຫວຽດນາມ ມີຄະນະພັກ ຄະນະອຳນວຍການ ຫົວຫນ້າກົມ ຮອງກົມ ຫົວຫນ້າຄະນະວິຊາ ຮອງຄະນະວິຊາ ບັນດາພະນັກງານ ຄູ-ອາຈານ ພາຍໃນ ສມປຊ ແລະ ບັນດາພະນັກງານ ຄູ-ອາຈານ ຈາກສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິງ ເຂົ້າຮ່ວມ.


ການຈັດສຳມະນາວິທະຍາສາດໃນຫົວຂໍ້ ການເມືອງລາວ-ຫວຽດນາມ ໄຈ້ແຍກ ສົມທຽບ ຄັ້ງນີ້ ແມ່ນຈັດຂຶ້ນເປັນຄັ້ງທີສອງ ເພື່ອສືບຕໍ່ລົງເລິກຄົ້ນຄວ້າເຖິງພຶດຕິກຳ ພ້ອມທັງຈະໄດ້ໄຈ້ແຍກ ແລະ ສົມທຽບໃຫ້ເຫັນເຖິງຄວາມແຕກຕ່າງ ແລະ ຄວາມຄ້າຍຄືກັນ ລະຫວ່າງລະບົບການເມືອງລາວ ກັບລະບົບການເມືອງຫວຽດນາມ ວິໄຈໃຫ້ເຫັນຜົນສະທ້ອນຂອງບັນດາປັດໄຈຕ່າງໆໃນລະບົບການເມືອງ ເນັ້ນໃຫ້ເຫັນເຖິງຄວາມແຕກຕ່າງ ຄວາມຄ້າຍຄືກັນດ້ານການຈັດຕັ້ງພາລະບົດບາດ ຫຼັກການ ກົນໄກການເຄື່ອນໄຫວ ສ້າງຄວາມກະຈ່າງແຈ້ງຕື່ມດ້ານພຶດຕິກຳ ຕໍ່ກັບກົນໄກການເລືອກເອົາພະນັກງານມາປະຕິບັດບົດບາດຄວບຕຳແໜ່ງ ຕີລາຄາໃຫ້ຊັດເຈນເຖິງສາຍພົວພັນລະຫວ່າງກົງຈັກພັກ ແລະ ກົງຈັກຂອງລັດ ສິດອຳນາດຂອງພັກ-ລັດ ແນວລາວສ້າງຊາດ ອົງການຈັດຕັ້ງການເມືອງ-ສັງຄົມ ພ້ອມນີ້ຍັງໄດ້ຄົ້ນຄວ້າໃຫ້ເລິກໃນສາຍພົວພັນລະຫວ່າງສາມອຳນາດລັດ ຢືນຢັນເຖິງບົດບາດການກຳອຳນາດຂອງພັກການເມືອງ ເພື່ອສືບຕໍ່ເສີມຂະຫຍາຍຄຸນຄ່າອັນດີ ຊອກວິທີການຈຳກັດສິ່ງທີ່ບໍ່ທັນຄ່ອງຕົວ ພາໃຫ້ລະບົບການເມືອງເຄື່ອນໄຫວບໍ່ທັນໂລ່ງລ່ຽນ ປະສິດທິພາບບໍ່ທັນສູງ.


Nguồn tin: www.vientianemai.net

ຂ່າວຫຼ້າສຸດ

ຂ່າວເກົ່າ

 

ກິດຈະກໍາວິດີໂອ

ໂຮງຮຽນກົດຫມາຍໃນ Dong Hoi, Quang Binh

ຕິດຕໍ່ ເຊື່ອມໂຍງເວັບໄຊ

ສະຖິຕິ

  • ຜົນການຊອກຫາຜູ້ຊົມໃຊ້: 0
  • ໃນມື້ນີ້: 965
  • ເດືອນປັດຈຸບັນ: 2677
  • hits ທັງຫມົດ: 456299

ພາບກິດຈະກໍາ

  • 1
  • 1
  • 1
  • 1
  • 1