ກະຊວງຍຸຕິທຳ ໄດ້ປະກາດຂໍ້ຕົກລົງສ້າງຕັ້ງບັນດາວິທະຍາໄລກົດໝາຍ
- ສຸກ - 04/09/2020 08:04
- |ພິມອອກ
- |Đóng cửa sổ này
![ກະຊວງຍຸຕິທຳ ໄດ້ປະກາດຂໍ້ຕົກລົງສ້າງຕັ້ງບັນດາວິທະຍາໄລກົດໝາຍ](http://caodangluatmientrung.edu.vn/files/news/thumb/image001_3.jpg)
ຊົມເຊີຍໂຮງຮຽນກົດໝາຍລະດັບຊັ້ນກາງ 3 ແຫ່ງທີ່ໄດ້ຮັບການຍົກລະດັບໃຫ້ເປັນວິທະຍາໄລກົດ ໝາຍ, ລັດຖະມົນຕີ ເລ ແທ່ງ ລອງ ຢືນຢັນວ່ານີ້ແມ່ນບາດກ້າວເຕີບໂຕທີ່ໂດດເດັ່ນ ແລະ ມີການພັດທະນາດັ່ງກ່າວດ້ວຍຄວາມພະຍາຍາມ, ຂອງແຕ່ລະໂຮງຮຽນ, ພ້ອມດຽວກັນນີ້, ເນັ້ນໜັກທີ່ຕັ້ງ, ບົດບາດທີ່ສູງຂື້ນໝາຍຄວາມວ່າໜ້າທີ່ຮັບຜິດຊອບຂອງໂຮງຮຽນຈະໜັກກວ່າເກົ່າ. ທ່ານລັດຖະມົນຕີຫວັງວ່າບັນດາໂຮງຮຽນຈະມີສະຖຽນລະພາບໂດຍໄວກ່ຽວກັບວຽກງານການຈັດຕັ້ງ, ວຽກງານບຸກຄະລາກອນພ້ອມທັງປະສານສົມທົບຢ່າງແໜ້ນແຟ້ນກັບກົມຈັດຕັ້ງພະນັກງານ ເພື່ອຈັດແຈງ, ບູລະນະກົງຈັກເພື່ອປະຕິບັດວຽກງານໃນໄວໆນີ້. ທ່ານລັດຖະມົນຕີເຊື່ອວ່າໃນຖານະຕຳ ແໜ່ງໃໝ່, ບັນດາວິທະຍາໄລກົດໝາຍ ຈະປະກອບສ່ວນເຂົ້າໃນການສຶກສາ, ຝຶກອົບຮົມຂອງກະຊວງ, ສາຂາໂດຍສະເພາະ ແລະການສຶກສາ, ພັດທະນາຊັບພະຍາກອນມະນຸດດ້ານກົດໝາຍ ຂອງປະເທດ ໃນໄລຍະໝ່.
![](http://caodangluatmientrung.edu.vn/uploads/news/2020_08/image001.jpg)
ສະແດງຄວາມສະເທືອນໃຈ ແລະ ຄວາມພາກພູມໃຈ, ໃນນາມຕາງໜ້າຜູ້ນຳບັນດາວິທະຍາໄລກົດ ໝາຍ, ສະຫາຍ ຮວ່າງ ຊວນ ເຈົາ, ອະທິການບໍດີວິທະຍາໄລກົດໝາຍພາກເໜືອ, ໄດ້ກ່າວຂອບໃຈ ຢ່າງຈິງໃຈຕໍ່ຄະນະກຳມະການພັກ, ຜູ້ນຳຂອງກະຊວງຍຸຕິທຳໄກ້ເອົາໃຈໃສ່, ຊີ້ນຳຢ່າງໃກ້ຊິດ, ເຂັ້ມງວດ ແລະພ້ອມກັນ, ຊ່ວຍເຫຼືອແບ່ງປັນຄວາມຫຍຸ້ງຍາກ, ທ້າທາຍເພື່ອບັນດາໂຮງຮຽນມີບາດກ້າວ ພັດທະນາໃໝ່ຄືໃນທຸກວັນນີ້. ສະຫາຍ ຮ່ວາງ ຊວນ ເຈົາ ຫວັງວ່າບັນດາວິທະຍາໄລກົດໝາຍ ຈະສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ຊີ້ນຳຂອງຄະນະກຳມະການພັກ, ຄະນະນຳກະຊວງ ແລະໃຫ້ຄຳໝັ້ນ ສັນຍາສືບຕໍ່ຄວາມພະຍາຍາມກວ່າເກົ່າເພື່ອມີການປະກອບສ່ວນມີປະສິດທິຜົນໃນການສຶກສາ ແລະຝຶກອົບຮົມຂອງກະຊວງ, ຂະແໜງຍຸຕິທຳ.
![](http://caodangluatmientrung.edu.vn/uploads/news/2020_09/image003.jpg)
![](http://caodangluatmientrung.edu.vn/uploads/news/2020_09/image005.jpg)