ໂຮງຮຽນກົດໝາຍຊັ້ນກາງ ດົ່ງ ເຮີຍ ໄດ້ຈັດຕັ້ງການຝຶກອົບຮົມວິຊາສະເພາະກ່ຽວກັບການແກ້ໄຂ ລະເມີດທາງດ້ານການບໍລິຫານ ແລະເຜີຍແຜ່, ສຶກສາກົດໝາຍ ທີ່ເມືອງ ເຮືອງ ຮວາ, ແຂວງ ກວາງ ຈີ້
- ສີ່ - 08/07/2020 08:02
- |ພິມອອກ
- |Đóng cửa sổ này

ໃນກອງປະຊຸມ, ບັນການັກສຳມະນາກອນໄດ້ຮັບການແນະນຳຈາກຜູ້ລາາຍງານ ຂອງໂຮງຮຽນ ກ່ຽວກັບລະບຽບການປັບໄໝລະເມີດທາງດ້ານການບໍລິຫານ; ກ່ຽວກັບ ທັກສະກຳນົດການກະທຳ ລະເມີດທາງດ້ານການບໍລິຫານ ແລະສ້າງບົດບັນທຶກການ ແກ້ໄຂບໍລິຫານ; ກຳນົດຄວາມສາມາດ ໃນການປັບໄໝລະເມີດທາງດ້ານການບໍລິຫານ ແລະບັນດາເນື້ອໃນທີ່ຕ້ອງເອົາໃຈໃສ່ໃນເວລາທີ່ ປະກອບຄຳເຫັນໃຫ້ອອກຄຳຕັດສິນ ການປັບໄໝລະເມີດທາງດ້ານການບໍລິຫານ; ກ່ຽວກັບຂັ້ນຕອນການບັງຄັບປະຕິບັດ ຕັດສິນໃຈການປັບໄໝລະເມີດທາງດ້ານການບໍລິຫານ ແລະ ທັກສະກ່ຽວກັບການ ເຜີຍແຜ່, ສຶກສາກົດໝາຍ. ພ້ອມດຽວກັນນີ້, ແກ້ ບັນດາຄວາມຫຍຸ້ງຍາກ ແລະ ຂໍ້ຄົງຄ້າງ ຕົວຈີງໃນການຈັດຕັ້ງປະຕິບັດກົດໝາຍ ກ່ຽວກັບການແກ້ໄຂລະເມີດ ທາງດ້ານການບໍລິຫານ, ການເຜີຍແຜ່ ແລະການສຶກສາດ້ານກົດໝາຍ ຢູ່ບັນດາ ທ້ອງຖິ່ນ ແລະຫົວໜ່ວຍຕ່າງໆ.
ກອງປະຊຸມຝຶກອົບຮົມຄັ້ງນີ້ໄດ້ຊ່ວຍໃຫ້ພະນັກງານ - ລັດຖະກອນເຮັດວຽກງານແກ້ໄຂ ລະເມີດ ທາງດ້ານການບໍລິຫານ ແລະເຜີຍແຜ່, ສຶກສາອົບຮົມກົດໝາຍໃນເມືອງ ເພື່ອຍົກສູງຄຸນນະພາບ, ທັກສະແກ້ໄຂຄະດີລະເມີດທາງດ້ານການບໍລິຫານເພື່ອສະເໜີ ວິທີອາດຈະເປັນໄປໄດ້, ມີປະສິດທິຜົນ, ສອດຄ່ອງກັບສະພາບການຕົວຈິງເພື່ອແກ້ໄຂ ບັນດາ ສະພາວະການທີ່ເກີດຂື້ນໃນຄວາມເປັນຈິງ ຂອງການຈັດຕັ້ງປະຕິບັດກົດໝາຍ ກ່ຽວກັນການແກ້ໄຂລະເມີດທາງດ້ານການບໍລິຫານ; ຍົກສູງການເຜີຍແຜ່, ການສຶກສາ ກົດໝາຍ, ປະກອບສ່ວນຢ່າງຕັ້ງໜ້າ ໃນການຮັກສາຄວາມເປັນລະບຽບຮຽບຮ້ອຍ, ລະບຽບກົດໝາຍ, ປະຕິບັດຕາມກົດໝາຍ ຂັ້ນຮາກຖານພ້ອມທັງປົກປ້ອງສິດ ແລະຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ອົງການຈັດຕັ້ງ, ແລະຍົກສູງ ສະຕິປະຕິບັດກົດໝາຍຂອງພະນັກງານ, ປະຊາຊົນໃນຖິ່ນຖານ.
ບົນພື້ນຖານຜົນສຳເລັດຂອງກອງປະຊຸມຄັ້ງນີ້, ໂຮງຮຽນແລະຄະນະກຳມະການ ປະຊາຊົນ ເມືອງ ເຮືອງ ຮວາ ຈະສືບຕໍ່ປະສານສົມທົບຈັດຕັ້ງການຝຶກອົບຮົມ ວິຊາສະເພາະຕໍ່ໄປ, ການເຜີຍແຜ່ກົດໝາຍ ຕາມລາຍການ, ແຜນການ ວຽກງານຂອງຄະນະກຳມະການປະຊາຊົນເມືອງປະຈຳ ປີ, ປະກອບສ່ວນເຂົ້າ ໃນການ ຈັດຕັ້ງປະຕິບັດວຽກງານການເມືອງຢ່າງມີປະສິດທິຜົນ, ພີ່ມທະວີສາຍພົວພັນ ການຮ່ວມມືຂອງສອງໜ່ວຍງານ./.