ປະເພດ

ຕິດຕໍ່

ໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍ
ທີ່ຕັ້ງ: ໜ່ວຍ 6, ຕາແສງ ບັກລີ໋, ນະຄອນ ດົ່ງເຮິຍ, ແຂວງ ກວາງບິ່ງ
 ໂທລະສັບ: +842326 258 016
Email: trungcapluat@gmail.com

ພະນັກງານປະຈຳການ
ທ່ານ ຫງວຽນ ເຈືອງ ແອງ ຕູ໋

ໂທລະສັບ: +842326 252 007
ມືຖື: +84971 990 882
  Email: anhtu.vientiane@gmail.com

Trang nhất » ຂ່າວ » ບົດລາຍງານກິດຈະກໍາ

ໂຮງຮຽນກົດໝາຍຊັ້ນກາງ ດົ່ງ ເຮີຍ ໄດ້ຈັດຕັ້ງການຝຶກອົບຮົມວິຊາສະເພາະກ່ຽວກັບການແກ້ໄຂ ລະເມີດທາງດ້ານການບໍລິຫານ ແລະເຜີຍແຜ່, ສຶກສາກົດໝາຍ ທີ່ເມືອງ ເຮືອງ ຮວາ, ແຂວງ ກວາງ ຈີ້

ສີ່ - 08/07/2020 08:02

ວັນທີ 3 ກໍລະກົດປີ 2020, ໂຮງຮຽນກົດ ໝາຍ ຊັ້ນກາງ ດົ່ງ ເຮີຍ ສົມທົບກັບຄະນະ ກຳ ມະການປະຊາຊົນເມືອງ ເຮືອງ ຮວາ, ແຂວງ ກວາງຈີ້ຈັດຕັ້ງກອງປະຊຸມຝຶກອົບຮົມ ວິຊາສະເພາະ ກ່ຽວກັບການແກ້ໄຂລະເມີດທາງດ້ານການບໍລິຫານ ແລະເຜີຍແຜ່, ສຶກສາກົດໝາຍ ສຳລັບ 100 ກວ່າຄົນນັກສຳມະນາກອນແມ່ນພະນັກງານ - ລັດຖະ ກອນທີ່ເຮັດວຽກເປັນທີ່ປະກອບຄຳເຫັນ ໃນການແກ້ໄຂລະເມີດທາງດ້ານການ ບໍລິຫານຢູ່ຫ້ອງການ, ຄະນະວິຊາສະເພາະຂອງຄະນະກຳ ມະການປະຊາຊົນເມືອງ; ຜູ້ນຳຂອງຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດ ຫວຽດ ນາມ, ຫົວໜ້າຕຳ ຫຼວດ; ພະນັກງານຍຸຕິທຳ - ສຳມະໂນຄົວ, ລະບຽບທີ່ດິນ - ສິ່ງແວດລ້ອມ, ຫ້ອງການ - ສະຖິຕິຂອງບັນດາບ້ານ ແລະ ຕົວເມືອງນ້ອຍຂຶ້ນກັບເມືອງ ເຮືອງ ຮວາ.

ໃນກອງປະຊຸມ, ບັນການັກສຳມະນາກອນໄດ້ຮັບການແນະນຳຈາກຜູ້ລາາຍງານ ຂອງໂຮງຮຽນ ກ່ຽວກັບລະບຽບການປັບໄໝລະເມີດທາງດ້ານການບໍລິຫານ; ກ່ຽວກັບ ທັກສະກຳນົດການກະທຳ ລະເມີດທາງດ້ານການບໍລິຫານ ແລະສ້າງບົດບັນທຶກການ ແກ້ໄຂບໍລິຫານ; ກຳນົດຄວາມສາມາດ ໃນການປັບໄໝລະເມີດທາງດ້ານການບໍລິຫານ ແລະບັນດາເນື້ອໃນທີ່ຕ້ອງເອົາໃຈໃສ່ໃນເວລາທີ່ ປະກອບຄຳເຫັນໃຫ້ອອກຄຳຕັດສິນ ການປັບໄໝລະເມີດທາງດ້ານການບໍລິຫານ; ກ່ຽວກັບຂັ້ນຕອນການບັງຄັບປະຕິບັດ ຕັດສິນໃຈການປັບໄໝລະເມີດທາງດ້ານການບໍລິຫານ ແລະ ທັກສະກ່ຽວກັບການ ເຜີຍແຜ່, ສຶກສາກົດໝາຍ. ພ້ອມດຽວກັນນີ້, ແກ້ ບັນດາຄວາມຫຍຸ້ງຍາກ ແລະ ຂໍ້ຄົງຄ້າງ ຕົວຈີງໃນການຈັດຕັ້ງປະຕິບັດກົດໝາຍ ກ່ຽວກັບການແກ້ໄຂລະເມີດ ທາງດ້ານການບໍລິຫານ, ການເຜີຍແຜ່ ແລະການສຶກສາດ້ານກົດໝາຍ ຢູ່ບັນດາ ທ້ອງຖິ່ນ ແລະຫົວໜ່ວຍຕ່າງໆ.

 
ກອງປະຊຸມຝຶກອົບຮົມຄັ້ງນີ້ໄດ້ຊ່ວຍໃຫ້ພະນັກງານ - ລັດຖະກອນເຮັດວຽກງານແກ້ໄຂ ລະເມີດ ທາງດ້ານການບໍລິຫານ ແລະເຜີຍແຜ່, ສຶກສາອົບຮົມກົດໝາຍໃນເມືອງ ເພື່ອຍົກສູງຄຸນນະພາບ, ທັກສະແກ້ໄຂຄະດີລະເມີດທາງດ້ານການບໍລິຫານເພື່ອສະເໜີ ວິທີອາດຈະເປັນໄປໄດ້, ມີປະສິດທິຜົນ, ສອດຄ່ອງກັບສະພາບການຕົວຈິງເພື່ອແກ້ໄຂ ບັນດາ ສະພາວະການທີ່ເກີດຂື້ນໃນຄວາມເປັນຈິງ ຂອງການຈັດຕັ້ງປະຕິບັດກົດໝາຍ ກ່ຽວກັນການແກ້ໄຂລະເມີດທາງດ້ານການບໍລິຫານ; ຍົກສູງການເຜີຍແຜ່, ການສຶກສາ ກົດໝາຍ, ປະກອບສ່ວນຢ່າງຕັ້ງໜ້າ ໃນການຮັກສາຄວາມເປັນລະບຽບຮຽບຮ້ອຍ, ລະບຽບກົດໝາຍ, ປະຕິບັດຕາມກົດໝາຍ ຂັ້ນຮາກຖານພ້ອມທັງປົກປ້ອງສິດ ແລະຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ອົງການຈັດຕັ້ງ, ແລະຍົກສູງ ສະຕິປະຕິບັດກົດໝາຍຂອງພະນັກງານ, ປະຊາຊົນໃນຖິ່ນຖານ.
 
ບົນພື້ນຖານຜົນສຳເລັດຂອງກອງປະຊຸມຄັ້ງນີ້, ໂຮງຮຽນແລະຄະນະກຳມະການ ປະຊາຊົນ ເມືອງ ເຮືອງ ຮວາ ຈະສືບຕໍ່ປະສານສົມທົບຈັດຕັ້ງການຝຶກອົບຮົມ ວິຊາສະເພາະຕໍ່ໄປ, ການເຜີຍແຜ່ກົດໝາຍ ຕາມລາຍການ, ແຜນການ ວຽກງານຂອງຄະນະກຳມະການປະຊາຊົນເມືອງປະຈຳ ປີ, ປະກອບສ່ວນເຂົ້າ ໃນການ ຈັດຕັ້ງປະຕິບັດວຽກງານການເມືອງຢ່າງມີປະສິດທິຜົນ, ພີ່ມທະວີສາຍພົວພັນ ການຮ່ວມມືຂອງສອງໜ່ວຍງານ./.

ເຈົ້າຂອງກະທູ້: Nguyen Huong

ຂ່າວຫຼ້າສຸດ

ຂ່າວເກົ່າ

 

ກິດຈະກໍາວິດີໂອ

ໂຮງຮຽນກົດຫມາຍໃນ Dong Hoi, Quang Binh

ຕິດຕໍ່ ເຊື່ອມໂຍງເວັບໄຊ

ສະຖິຕິ

  • ຜົນການຊອກຫາຜູ້ຊົມໃຊ້: 0
  • ໃນມື້ນີ້: 464
  • ເດືອນປັດຈຸບັນ: 2176
  • hits ທັງຫມົດ: 455798

ພາບກິດຈະກໍາ

  • 1
  • 1
  • 1
  • 1
  • 1