ປະເພດ

ຕິດຕໍ່

ໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍ
ທີ່ຕັ້ງ: ໜ່ວຍ 6, ຕາແສງ ບັກລີ໋, ນະຄອນ ດົ່ງເຮິຍ, ແຂວງ ກວາງບິ່ງ
 ໂທລະສັບ: +842326 258 016
Email: trungcapluat@gmail.com

ພະນັກງານປະຈຳການ
ທ່ານ ຫງວຽນ ເຈືອງ ແອງ ຕູ໋

ໂທລະສັບ: +842326 252 007
ມືຖື: +84971 990 882
  Email: anhtu.vientiane@gmail.com

Trang nhất » ຂ່າວ » ບົດລາຍງານກິດຈະກໍາ

ຄະນະສຶກສາພື້ນຖານຈັດຕັ້ງການສໍາມະນາ "ບັນດາຈຸດໃຫມ່ທີ່ເປັນພື້ນຖານຂອງກົດຫມາຍທີ່ດິນ 2013"

ວັນພະຫັດ - 03/11/2016 15:32

ເພື່ອຍົກສູງລະດັບຄວາມຮູ້ດ້ານວິຊາອາຊີບ, ຄວາມສາມາດໃນການຄົ້ນຄວ້າວິທະຍາສາດສໍາລັບຄູອາຈານ ຂອງໂຮງຮຽນແລະຫັນເປັນຫຼາຍຮູບຫຼາຍແບບການເຄື່ອນໄຫວ, ເປີດເງື່ອນໄຂ ໃຫ້ຄູອາຈານມີໂອກາດ ແລກປ່ຽນຄວາມສາມາດດ້ານວິຊາສະເພາະ, ວັນທີ 26 ມິຖຸນາ 2015 ຄະນະສຶກສາພື້ນຖານຮັບຜິດຊອບ ຈັດຕັ້ງການສໍາມະນາ "ບັນດາຈຸດໃຫມ່ທີ່ເປັນພື້ນຖານຂອງກົດຫມາຍທີ່ດິນ 2013"

ມາເຂົ້າຮ່ວມໃນການສໍາມະນາມີອາຈານ ດຣ.ເລເວ້ກ໋ວກ, ເລຂາທິການໜ່ວຍພັກ, ອຳນວຍການໂຮງຮຽນ, ປະທານ ຂອງສະພາວິທະຍາສາດແລະສຶກສາຂອງໂຮງຮຽນ; ອາຈານທ່ານ ວໍຄັກຮວານ, ຮອງເລຂາທິການໜ່ວຍພັກ, ຮອງອຳນວຍການ ໂຮງຮຽນ; ອາຈານ ຕາງຫນ້າຫ້ອງການສຶກສາ ແລະ ຄຸ້ມຄອງນັກຮຽນກັບທັງໝົດຄູອາຈານຂອງ ໂຮງຮຽນ.

ຫຼັງຈາກສະໜີ ບົດຄົ້ນຄ້ວາກ່ຽວກັບບັນດາຈຸດໃໝ່ ທີ່ເປັນພື້ນຖານຂອງກົດໝາຍທີ່ດິນ 2013, ກ່ຽວກັບ ບັນຫາສິດ ທິມະນຸດຈາກມຸມມອງຂອງກົດຫມາຍທີ່ດິນແລະບາງສ່ວນອື່ນໆຂອງຜູ້ຫຼາຍງານ, ບັນດາຄູອາຈານ ຂອງໂຮງຮຽນເຂົ້າຮ່ວມການສົນທະນາແລກປ່ຽນ ຄວາມຄິດເຫັນໃນບັນຍາກາດຟົດສະໜັ່ນພັ່ນເຟືອນ, ສະແດງໃຫ້ເຫັນຈິດໃຈຂອງການຄົ້ນຄ້ວາວິທະຍາສາດດ້ວຍ ຄວາມເປັນລະບຽບ, ຄວາມຮັບຜິດຊອບ, ຈິດໃຈ ກໍ່ຄືການເອົາໃຈໃສ່ກັບການປ່ຽນແປງຂອງກົດຫມາຍຂອງປະເທດຕົນ.

ປາໄສຢູ່ທີ່ການສໍາມະນາ, ຕ່າງໜ້າທາງ ໂຮງຮຽນ ອາຈານ ເລເວ້ກ໋ວກ, ເລຂາທິການໜ່ວຍພັກ, ອຳນວຍການໂຮງຮຽນໄດ້ສັງເກດ ແລະ ຕີລາຄາຂະບວນການຂອງການກະກຽມ, ການຈັດຕັ້ງການສໍາມະນາຢ່າງມີຄຸນນະພາບ, ເບິ່ງນີ້ຄື "ຈຸດພົ້ນເດັ່ນ" ໃນການຄົ້ນຄວ້າວິທະຍາສາດຂອງທາງໂຮງຮຽນ. ດ້ວຍກຳລັງໃຈນັ້ນ, ເຂົາຍັງເນັ້ນໜັກວ່ານອກຈາກໜ້າທີ່ການສິດສອນ, ຄູອາຈານຕ້ອງຊຸກຍູ້ການຄົ້ນຄວ້າ ວິທະຍາສາດເພື່ອປັບປຸງລະດັບຄວາມສາມາດຂອງຕົນເອງເພື່ອຕອບສະໜອງຄວາມຕ້ອງການ ຂອງທາງ ໂຮງຮຽນ, ຂອງຜະແນກວິຊາ ແລະ ຂອງປະເທດໃນ ສະພາບການໃໝ່.
ເກັບກໍາຄວາມຄິດເຫັນຢູ່ທີ່ການສໍາມະນາບັນດາຜູ້ລາຍງານຈະສຳເລັດບັນດາບົດຄົ້ນຄ້ວາແລ້ວສົ່ງໄປພິມ ໃນວາລະສານສະເພາະ. ເສີມຂະຫຍາຍຜົນສຳເລັດຂອງການສຳມະນາດັ່ງກ່າວ, ບັນດາຄະນະວິຊາສະເພາະຄາດຄະເນ ຈະປະສານສົມທົບ ກັບສະພາວິທະຍາສາດ ແລະ ສຶກສາຂອງໂຮງຮຽນໄດ້ສືບຕໍ່ໃນການ ຈັດຕັ້ງການສໍາມະນາວິທະຍາສາດທີ່ມີຫົວຂໍ້ທີ່ດີຂຶ້ນເນື້ອໃນທີ່ຈັບໃຈກ່ວາ ແລະ ຂອບເຂດການສໍາມະນາ ກວ້າງກ່ວາ.

ຂ່າວຫຼ້າສຸດ

 

ກິດຈະກໍາວິດີໂອ

ໂຮງຮຽນກົດຫມາຍໃນ Dong Hoi, Quang Binh

ຕິດຕໍ່ ເຊື່ອມໂຍງເວັບໄຊ

ສະຖິຕິ

  • ຜົນການຊອກຫາຜູ້ຊົມໃຊ້: 0
  • ໃນມື້ນີ້: 161
  • ເດືອນປັດຈຸບັນ: 2340
  • hits ທັງຫມົດ: 437873

ພາບກິດຈະກໍາ

  • 1
  • 1
  • 1
  • 1
  • 1