ປະເພດ

ຕິດຕໍ່

ໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍ
ທີ່ຕັ້ງ: ໜ່ວຍ 6, ຕາແສງ ບັກລີ໋, ນະຄອນ ດົ່ງເຮິຍ, ແຂວງ ກວາງບິ່ງ
 ໂທລະສັບ: +842326 258 016
Email: trungcapluat@gmail.com

ພະນັກງານປະຈຳການ
ທ່ານ ຫງວຽນ ເຈືອງ ແອງ ຕູ໋

ໂທລະສັບ: +842326 252 007
ມືຖື: +84971 990 882
  Email: anhtu.vientiane@gmail.com

Trang nhất » ຂ່າວ » ບົດລາຍງານກິດຈະກໍາ

ພິທີໄຂສົກຮຽນຫ້ອງຮຽນບຳລຸງນັກວິຊາການ, ຫ້ອງບຳລຸງທັກສະໃນການນຳພາ, ບໍລິຫານຊັ້ນຫ້ອງການເປີດຢູ່ວິທະຍາໄລກົດໝາຍ ພາກກາງ

ສຸກ - 23/04/2021 15:57

ຕອນເຊົ້າວັນທີ 10/4/2021, ວິທະຍາໄລກົດໝາຍ ພາກກາງປະສານສົມທົບກັບມະຫາວິທະຍາໄລພາຍໃນຮ່າໂນ້ຍໄດ້ຈັດພິທີໄຂສົກຮຽນຫ້ອງຮຽນບຳລຸງນັກວິຊາການ, ຫ້ອງບຳລຸງທັກສະໃນການນຳພາ, ບໍລິຫານຊັ້ນຫ້ອງການເປີດຢູ່ວິທະຍາໄລກົດໝາຍ ພາກກາງ.

ເຂົ້າຮ່ວມພິທີມີ ຮສຈ. ປອ ຫງວຽນ ມີງ ເຟືອງ, ຮອງອະທິການບໍດີມະຫາວິທະຍາໄລພາຍໃນ ຮ່າ ໂນ້ຍ, ປະລິນຍາໂທ ຫວໍ ຄັກ ຮວານ -  ຮັກສາການອຳນວຍການວິທະຍາໄລກົດໝາຍ ພາກກາງ, ພ້ອມດ້ວຍບັນດາຄູອາຈານ, ຄູອາຈານຄຸ້ມຄອງຫ້ອງຮຽນ ແລະ ນັກສໍາມະນາກອນຈຳນວນຫຼວງຫຼາຍໃນ 02 ຫ້ອງຮຽນ.
ກ່າວຄຳປາໄສທີ່ພິທີໄຂສົກຮຽນ, ຮສຈ. ປອ ຫງວຽນ ມີງ ເຟືອງ ໄດ້ຢັ້ງຢືນບົດບາດຂອງການຝຶກອົບຮົມ, ສຶກສາພະນັກງານ, ລັດຖະກອນ ແລະ ຂ້າລັດຖະກອນໃນການວຽກຫຼວງ, ໃນນັ້ນວຽກງານບຳລຸງຕາມນາມຕຳແໜ່ງ, ຕຳແໜ່ງວຽກແມ່ນຄວາມຮຽກຮ້ອງຕ້ອງການສຳຄັນທີ່ສຸດ. ຫຼັກສູດແມ່ນໂອກາດທີ່ປະກອບ, ອັບເດດ, ເພີ່ມເຕີມຄວາມຮູ້, ທັກສະ ແລະ ປະສົບການໃນການຈັດຕັ້ງປະຕິບັດວຽກຫຼວງ
ຕາງໜ້າໃຫ້ແກ່ຄະນະອຳນວຍການໂຮງຮຽນ, ອາຈານ ຫວໍ ຄັກ ຮວານ ໄດ້ຕີລາຄາສູງ ແລະ ຂອບໃຈຕໍ່ຄວາມສົນໃຈ, ການຮ່ວມມືທີ່ມີປະສິດທິຜົນ ຂອງມະຫາວິທະຍາໄລພາຍໃນ ຮ່າ ໂນ້ຍ ໃນໄລຍະຜ່ານມາ, ພ້ອມກັນນັ້ນກໍໄດ້ຮຽກຮ້ອງບັນດາສຳມະນາກອນ ຈັດແຈງວຽກງານເພື່ອເຂົ້າຮ່ວມ ຫ້ອງຮຽນຖືກເວລາ, ຕັ້ງໜ້າຮັບເອົາ, ເຂົ້າໃຈແຈ້ງຄວາມຮູ້ໃນຫ້ອງຮຽນ ແລະ ສຳເລັດຫຼັກສູດເພື່ອມີຜົນດີ ທີ່ສຸດ.
ກ່າວຄຳປາໄສທີ່ພິທີ, ທ່ານ ຫງວຽນ ຮົ່ງ ຟີ  - ຕາງໜ້າໃຫ້ແກ່ນັກສໍາມະນາກອນ ທັງໝົດໃນຫ້ອງຮຽນໄດ້ຂອບໃຈຢ່າງຈິງໃຈສຳ ລັບຄວາມສົນໃຈ ແລະ ສ້າງເງື່ອນໄຂຂອງ ມະຫາວິທະຍາໄລວິທະຍາໄລພາຍໃນ ຮ່າ ໂນ້ຍ ແລະ ໂຮງຮຽນກົດໝາຍຊັ້ນກາງ ດົ່ງ ເຮີຍ, ຕັດສິນໃຈຮໍ່າຮຽນ ຢ່າງຈິງຈັງ, ປະຕິບັດຕາມຂໍ້ກຳນົດຂອງຫ້ອງຮຽນຢ່າງຄົບຖ້ວນ, ປະສົບຜົນສຳເລັດໃນໜ້າ ທີ່ຂອງຫຼັກສູດ.

ເຈົ້າຂອງກະທູ້: Nguyen Huong

ຂ່າວເກົ່າ

 

ກິດຈະກໍາວິດີໂອ

ໂຮງຮຽນກົດຫມາຍໃນ Dong Hoi, Quang Binh

ຕິດຕໍ່ ເຊື່ອມໂຍງເວັບໄຊ

ສະຖິຕິ

  • ຜົນການຊອກຫາຜູ້ຊົມໃຊ້: 0
  • ໃນມື້ນີ້: 129
  • ເດືອນປັດຈຸບັນ: 4011
  • hits ທັງຫມົດ: 439544

ພາບກິດຈະກໍາ

  • 1
  • 1
  • 1
  • 1
  • 1