ປະເພດ

ຕິດຕໍ່

ໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍ
ທີ່ຕັ້ງ: ໜ່ວຍ 6, ຕາແສງ ບັກລີ໋, ນະຄອນ ດົ່ງເຮິຍ, ແຂວງ ກວາງບິ່ງ
 ໂທລະສັບ: +842326 258 016
Email: trungcapluat@gmail.com

ພະນັກງານປະຈຳການ
ທ່ານ ຫງວຽນ ເຈືອງ ແອງ ຕູ໋

ໂທລະສັບ: +842326 252 007
ມືຖື: +84971 990 882
  Email: anhtu.vientiane@gmail.com

Trang nhất » ຂ່າວ » ບົດລາຍງານກິດຈະກໍາ

ວິທະຍາໄລກົດໝາຍພາກກາງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ

ທີສາມ - 15/12/2020 08:16

ນັ້ນແມ່ນຄຳຢືນຢັນຂອງທ່ານຮອງລັດຖະມົນຕີກະຊວງຍຸຕິທຳ Dang Hoang Oanh ທີ່ພິທີປະກາດຂໍ້ຕົກລົງສ້າງຕັ້ງວິທະຍາໄລກົດໝາຍພາກກາງ (ບົນພື້ນຖານຍົກລະດັບໂຮງຮຽນກົດໝາຍຊັ້ນກັງດົ່ງເຮິຍ) ຂອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະແລະ ສັງຄົມ. ໄດ້ຈັດຂື້ນທີ່ແຂວງກວາງບິ່ງມື້ນີ້ (30 ພະຈິກ).

ເຂົ້າຮ່ວມພິທີມີທ່ານ Nguyen Kim Tinh, ຮອງເລຂາຄະນະພັກປະຈຳ; ທ່ານນາງຮອງຫົວໜ້າກົມໃຫຍ່ສຶກສາວິຊາຊີບ, ກະຊວງແຮງງານ, ທະຫານເສຍອົງຄະແລະ ສັງຄົມ; ຜູ້ຕາງໜ້າການນຳບັນດາໜ່ວຍງານຂອງກະຊວງຍຸຕິ ທຳ; ອະດີດລັດຖະມົນຕີກະຊວງຍຸຕິທຳ ທ່ານ Ha Hung Cuong.
ສຳລັບແຂວງກວາງບິ່ງມີເລຂາພັກແຂວງທ່ານ Vu Dai Thang, ຫົວໜ້າພະແນກຍຸຕິທຳ, ກົມຈັດຕັ້ງປະຕິບັດຄຳຕັດສິນຂອງສານທາງແພງ; ຕາງໜ້າສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະແນວໂຮມປະເທດຊາດຫວຽດນາມບັນດາແຂວງພາກກາງ, ພະນັກງານຂອງວິທະຍາໄລກົດໝາຍພາກກາງແລະ ນັກສຶກສາຂອງໂຮງຮຽນ.
ໂຮງຮຽນທີ່ມີຫຼາຍສັນຍາລັກ
ໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍ ໄດ້ຮັບການສ້າງຕັ້ງຂື້ນພາຍໃຕ້ຂໍ້ຕົກລົງສະບັບເລກທີ 889/QD-BTP ລົງວັນທີ 25 ພຶດສະພາ 2012 ຂອງລັດຖະມົນຕີກະຊວງຍຸຕິທຳ, ມີສຳນັກງານຕັ້ງຢູ່ແຂວງກວາງບິ່ງ, ໂດຍມີໜ້າ ທີ່ໃນການຝືກອົບຮົມດ້ານກົດໝາຍ; ເຂົ້າຮ່ວມໃນການຝືກອົບຮົມວິຊາຊີບໃຫ້ແກ່ພະນັກງານລັດຖະກອນ,ພະນັກງານລັດຂອງອົງການຕຸລາການແລະ ຄົ້ນຄວ້າວິທະຍາສາດດ້ານກົດໝາຍ.
ພາຍຫຼັງກວ່າ 8 ປີແຫ່ງການດຳເນີນງານ, ໂຮງຮຽນໄດ້ບັນລຸໝາກຜົນສຳຄັນຫຼາຍຢ່າງ. ໂຮງຮຽນໄດ້ກໍ່ສ້າງຫຼາຍກ່ວາ 2000 ຄົນ, ນັກຮຽນກົດໝາຍ. ນອກຈາກການກໍ່ສ້າງພາຍໃນປະເທດ, ແຕ່ປີ 2015 ເຖິງປັດຈຸບັນ, ທາງໂຮງຮຽນໄດ້ຮັບສະໝັກແລະ ກໍ່ສ້າງນັກຮຽນດລາວ 2 ຊຸດເຊິ່ງມີນັກຮຽນຫຼາຍກວ່າ 300 ຄົນ.
ຄຽງຄູ່ກັບໜ້າທີ່ຕົ້ນຕໍຂອງການກໍ່າງສ້າງດ້ານກົດໝາຍລະດັບຊັ້ນກາງ, ໂຮງຮຽນຍັງປະສານສົມທົບກັບສະຖາບັນການຝຶກອົບຮົມທີ່ມີຊື່ສຽງເຊັ່ນ: ມະຫາວິທະຍາໄລກົດໝາຍ ຮ່າໂນ້ຍ, ສະຖາບັນຍຸຕິທຳ, ມະຫາວິທະຍາໄລພາຍໃນຮ່າໂນ້ຍ. ... ເພື່ອຈັດຕັ້ງການກໍ່ສ້າງປະເພດຕ່າງໆແລະ ການເຝິກອົບຮົບໃຫ້ນັກຮຽນຫຼາຍພັນຄົນ. ຄຽງຂ້າງນັ້ນ, ໂຮງຮຽນຍັງໄດ້ສົມທົບກັບພະແນກຍຸຕິທຳບັນດາແຂວງພາກກາງຈັດຕັ້ງການຝຶກອົບຮົມທັກສະດ້ານທະບຽນຄອບຄົວ, ເຜີຍແຜ່, ສຶກສາກົດໝາຍ, ສ້າງເອກະສານ, ໄກ່ເກ່ຍຂັ້ນຮາກຖານ…ໃຫ້ແກ່ພະນັກງານຍຸຕິທຳຂັ້ນຮາກຖານເກືອບ 3.000 ຄົນ.
ໃນ 8 ປີທີ່ຜ່ານມາ, ໂຮງຮຽນກົດໝາຍຊັ້ນກາງ ດົ່ງເຮິຍໄດ້ຂະຫຍາຍຕົວ, ເຕີບໃຫຍ່ແລະ ສົມບູນແບບໃນທຸກດ້ານ: ໂຄງປະກອບການຈັດຕັ້ງນັບມື້ນັບໝັ້ນຄົງ; ລະບົບພະນັກງານ, ຄູອາຈານແມ່ນມີຄວາມເຂັ້ມແຂງດ້ານປະລິມານແລະ ຄຸນນະພາບ; ປື້ມຕຳລາ, ຫຼັກສຸດ, ເອກະສານການຮຽນໄດ້ຮັບການລົງທຶນ, ປ່ຽນໃໝ່ຕາມທິດທາງລຸດລົງທິດສະດີ, ເພີ່ມທັກສະໃນການປະຕິບັດ; ສິ່ງອຳນວຍຄວາມສະດວກໃນໂຮງຮຽນພ້ອມທັງອຸປະກອນການສິດສອນໄດ້ຖືກປັບປຸງແລະ ກໍ່ສ້າງຢ່ງສຳເລັດສົມບູນແບບ.
ກ່ຽວກັບຜົນໄດ້ຮັບແລະ ຮາກຖານທີ່ໂຮງຮຽນບັນລຸໄດ້, ໃນວັນທີ 10 ກໍລະກົດປີ 2020, ກະຊວງແຮງງານ, ທະຫານເສຍອົງຄະແລະ ສັງຄົມໄດ້ອອກຂໍ້ຕົກລົງເລກທີ 866/QD-BLDTBXH ວ່າດ້ວຍການສ້າງຕັ້ງວິທະຍາໄລກົດໝາຍພາກກາງບົນພື້ນຖານຍົກລະດັບໂຮງຮຽນກົດໝາຍຊັ້ນກາງ ດົ່ງເຮິຍ. ວິທະຍາໄລກົດໝາຍ ພາກກາງ ໄດ້ເກີດມາພ້ອມກັບໜ້າທີ່ກໍ່ສ້າງດ້ານກົດໝາຍລະດັບຊັ້ນສູງ, ຊັ້ນກາງ, ຊັ້ນຕົ້ນ; ສົ່ງເສີມຄວາມສາມາດດ້ານວິຊາຊີບ, ຄວາມສາມາດແລະ ທັກສະໃຫ້ບັນດາການຈັດຕັ້ງແລະ ບຸກຄົນຂອງບັນດາແຂວງພາກກາງ; ຄົ້ນຄ້ວາວິທະຍາສາດດ້ານກົດໝາຍໃນຂົງເຂດຕຸລະການ.
1
ເລຂາພັກແຂວງກວາງບິ່ງທ່ານ Vu Dai Thang ຢືນຢັນວ່າແຂວງກວາງບິ່ງ
ຈະຮ່ວມເດີນທາງແລະ ຊ່ວຍເຫຼືອໂຮງຮຽນໃນໄລຍະຈະມາເຖິງ
ກ່າວຄຳເຫັນອວຍພອນວິທະຍາໄລກົດໝາຍພາກກາງ, ເລຂາຄະນະກຳມະການພັກແຂວງກວາງບິ່ງ ຕາງໜ້າ ການນຳແຂວງ, ຂອບໃຈການນຳກະຊວງຍຸຕິທຳທີ່ໄດ້ຊີ້ນຳໂຮງຮຽນຢ່າງໃກ້ຊິດເພື່ອປະຕິບັດວຽກງານການເມືອງເປັນຢ່າງດີແລະ ຊົມເຊີຍວິທະຍາໄລກົດໝາຍພາກກາງ.
ເລຂາຄະນະພັກແຂວງກວາງບິ່ງຢືນຢັນວ່າ: “ໃນໄລຍະຈະມາເຖິງ, ໂຮງຮຽນຍັງຄົງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ. ເພື່ອໃຫ້ວິທະຍາໄລກົດໝາຍພາກກາງສືບຕໍ່ເປັນສະຖານທີ່ອົບຮົມດ້ານຊັບພະຍາກອນມະນຸດທີ່ມີຄຸນນະພາບ, ຄະນະກຳມະການພັກແຂວງ, ຄະນະກຳມະການປະຊາຊົນກໍ່ຄືບັນດາພະແນກການແລະ ພາກສ່ວນທິ່ກຽວຂ້ອງແຂວງກວາງບິ່ງຈະຮ່ວມເດີນທາງ, ສືບຕໍ່ເອົາໃຈໃສ່ແລະ ຊ່ວຍເຫລືອໂຮງຮຽນໃນທຸກຂົງເຂດກິດຈະກຳ. ດ້ວຍພື້ນຖານທີ່ໄດ້ສ້າງຕັ້ງ, ຂ້າພະເຈົ້າເຊື່ອວ່າວິທະຍາໄລກົດໝາຍພາກກາງຈະມີບາດກ້າວຕ່າງ, ສ້າງກຳລັງແຮງເພື່ອສືບຕໍ່ຈັດຕັ້ງປະຕິບັດຈຸດປະສົງຂອງຕົນໃຫ້ປະສົບຜົນສຳເລັດແລະ ຢືນຢັນຄຸນນະພາບ, ຊື່ສຽງຂອງໂຮງຮຽນ".
1
ທ່ານນາງຮອງຜູ້ ຫົວໜ້າໃຫຍ່ກົມໃຫຍ່ກໍ່ສ້າງວິຊາຊີບ, ກະຊວງແຮງງານ - ທະຫານເສຍອົງຄະແລະ ສັງຄົມ
Nguyen Thi Viet Huong ມອບການຂໍ້ຕົກລົງສ້າງຕັ້ງວິທະຍາໄລກົດໝາຍພາກກາງ
ຕັ້ງໜ້າພະຍາຍາມຫຼາຍຂື້ນໃນຖານະບົດບາດໃໝ່
ກ່າວຄຳເຫັນທີ່ພິທີ, ທ່ານນາງຮອງລັດຖະມົນຕີກະຊວງຍຸຕິທຳ Dang Hoang Oanh ໄດ້ຮັບຮອງແລະ ຍ້ອງຍໍຊົມເຊີຍບັນດາຜົນງານເຊິ່ງໂຮງຮຽນແລະ ບັນດາພະນັກງານລັດຖະກອນ, ຄູອາຈານໄໄດ້ຮັບ.
ທ່ານຮອງລັດຖະມົນຕີຢືນຢັນ: “ເຖິງວ່າເງື່ອນໄຂເບື້ອງຕົ້ນປະສົບກັບຄວາມຫຍຸ້ງຍາກ ແຕ່ດ້ວຍການຊ່ວຍເຫຼືອ ແລະສ້າງເງື່ອນໄຂອັນສະດວກຂອງຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນແຂວງກວາງບິ່ງ, ກະຊວງແຮງງານ, ທະຫານເສຍອົງຄະແລະ ສັງຄົມ, ການສົມທົບຢ່າງແໜ້ນແຟ້ນຂອງບັນດາພະແນກການທີ່ກ່ຽວຂ້ອງຂອງບັນດາແຂວງພາກກາງ, ໂດຍພິເສດແມ່ນຄວາມສາມັກຄີແລະ ຄວາມມານະພະຍາຍາມຂອງ ໂຮງຮຽນ, ໂຮງຮຽນກົດໝາຍຊັ້ນກາງ ດົ່ງເຮິຍໄດ້ບັນລຸໝາກຜົນເບື້ອງຕົ້ນທີ່ໂດດເດັ່ນແລະ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການພັດທະນາເສດຖະກິດ - ສັງຄົມຂອງແຂວງກວາງບິ່ງເວົ້າສະເພາະແລະ ບັນດາແຂວງທິດເໜືອພາກກາງເວົ້າລວມ.”
1
ທ່ານນາງຮອງລັດຖະມົນຕີ Dang Hoang Oanh ໄດ້ມອບຂໍ້ຕົກລົງແຕ່ງຕັ້ງ
ຮັກສາການອຳນວຍການວິທະຍາໄລກົດໝາຍພາກກາງໃຫ້ທ່ານ Vo Khac Hoan
ທ່ານຮອງລັດຖະມົນຕີໄດ້ແບ່ງປັນ, ພິທີປະກາດຂໍ້ຕົກລົງສ້າງຕັ້ງແມ່ນເຫດການປະຫວັດສາດທີ່ເປັນຂີດໝາຍ ໃນການພັດທະນາໃໝ່ບົນເສັ້ນທາງທີ່ເຕັມໄປດ້ວຍສິ່ງທ້າທາຍແລະ ໂອກາດຂອງໂຮງຮຽນ. ທ່ານຮອງລັດຖະມົນຕີຫວັງວ່າວິທະຍາໄລກົດໝາຍພາກກາງຈະສືບຕໍ່ປະກອບສ່ວນກໍ່ສ້າງຊັບພະຍາກອນມະນຸດມີທັກສະວິຊາຊິບກົດໝາຍ ທີ່ມີຄຸນນະພາບສູງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດວຽກງານລວມຂອງກະຊວງ, ຂະແໜງການຍຸຕິທຳແລ ະການພັດທະນາເສດຖະກິດ - ສັງຄົມຂອງບັນດາແຂວງພາກກາງ.
ເພື່ອໃຫ້ບັນລຸເປົ້າໝາຍແລະ ໜ້າທີ່ວຽກງານ, ທ່ານຮອງລັດຖະມົນຕີ Dang Hoang Oanh ໄດ້ຮຽກຮ້ອງໃຫ້ການນຳຂອງໂຮງຮຽນຈົ່ງສຸມໃສ່ປະຕິບັດວຽກງານ, ແກ້ໄຂບັນຫາທີ່ສຳຄືດັ່ງນີ້: ຕ້ອງມີສະຕິຮູ້ສຶກຕໍ່ກຽດ, ຖານະ, ບົດບາດແລະ ພາລະກິດຂອງຕົນເພື່ອຮົ່ມກັນສາມັກຄີສ້າງສະພາບແວດລ້ອມການສຶກສາຢ່າງມີມື້ອາຊີບ, ພົ້ນເດັ່ນສົມກັບໂຮງຮຽນຂອງກະຊວງຍຸຕິທຳທີ່ເຂດພາກກາງ; ຕ້ອງສ້າງແຜນພັດທະນາ, ຫັນແຫຼ່ງລາຍຮັບປັນຫຼາຍຮູບຫຼາຍແບບຕາມແຕ່ລະບາດກ້າວ, ກ້າວໄປສູ່ຄວາມເປັນເອກະລາດຫ້ານການເງິນ; ສົ່ງເສີມກຳລັງແຮງຂອງຄວາມສາມັກຄີໃນຄະນະກຳມະການພັກ, ຄະນະອຳນວຍການ, ພະນັກງານຫຼັກແຫຼ່ງຂອງໂຮງຮຽນ.
1
ຮອງເລຂາຄະນະພັກປະຈຳກະຊວງຍຸຕິທຳ Nguyen Kim Tinh
ມອບຂໍ້ຕົກລົງສ້າງຕັ້ງອົງການຈັດຕັ້ງພັກແລະ ອົງການມະຫາຊົນໃຫ້ວິທະຍາໄລກົດໝາຍພາກກາງ
ຄຽງຂ້າງນັ້ນ, ວິທະຍາໄລກົດໝາຍພາກກາງຄວນເອົາໃຈໃສ່ບຸລິມະສິດໃນການຍົກສູງຄຸນນະພາບການສຶກສາ, ເປັນພິເສດແມ່ນການຍົກສູງຄຸນນະພາບການສຶກສາໃຫ້ນັກສຶກສາລາວ - ນີ້ແມ່ນໜ້າທີ່ການເມືອງທີ່ປະກອບສ່ວນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອ້າຍນ້ອງຫວຽດນາມ - ລາວ; ເພີ່ມທະວີການປະສານສົມທົບກັບບັນດາຫົວໜ່ວຍຂອງກະຊວງຍຸຕິທຳ, ຍາດແຍ່ງເອົາການຊີ້ນຳແລະ ການຊ່ວຍເຫຼືອຂອງຄະນະພັກແຂວງ, ສະພາປະຊາຊົນແລະ ຄະນະກຳມະການປະຊາຊົນບັນດາແຂວງພາກກາງເພື່ອຮັບໃຊ້ເຂົ້າໃນວຽກງານການເມືອງຂອງໂຮງຮຽນເປັນຢ່າງດີ.
1
ອະດີດລັດຖະມົນຕີກະຊວງຍຸຕິທຳ ທ່ານ Ha Hung Cuong
ແລະ ບັນດາສະມາຊິກໃນຄະນະປະຕິບັດງານສ້າງຕັ້ງໂຮງຮຽນກົດໝາຍຊັ້ນກາງ ດົ່ງເຮິຍ ຮັບດອກໄມ້ຈາລຶກບຸນຄຸນ
“ໃນ 2 ເດືອນທີ່ຜ່ານມາ, ໄພນຳ້ຖ້ວມຄັ້ງປະຫວັດສາດໄດ້ກໍ່ໃຫ້ເກີດຜົນສະທ້ອນຮ້າຍແຮງຫລາຍຢ່າງສຳລັບບັນດາແຂວງພາກກາງ, ໃນນັ້ນມີແຂວງກວາງບິ່ງ, ໃນນາມຕາງໜ້າຄະນະພັກ, ຄະນະນຳກະຊວງຍຸຕິທຳ, ຂ້າພະເຈົ້າຂໍສົ່ງຄຳຢ້ຽມຢາມຢ່າງຈິງໃຈຂອງຂ້າພະເຈົ້າຕໍ່ບັນດາສະຫາຍແລະ ບັນດາຄອບຄົວທີ່ຖືກເສຍຫາຍຍ້ອນໄພຖ້ວມ. ພ້ອມກັນນີ້, ຂ້າພະເຈົ້າຕີລາຄາສິນສູງສຳລັບພະນັກງານ, ຄູອາຈານແລະ ນັກຮຽນຂອງໂຮງຮຽນທຸກຄົນທີ່ໄດ້ສົ່ງເສີມຈິດໃຈ "ຮັກແພງຊ່ວຍເຫຼືອກັນ" "ໃບຕອງດີຕຸ້ມຫໍ່ ເອົາໃບຕອງຂາດ", ຂ້າມຜ່ານຄວາມຫຍຸ້ງຍາກເພື່ອໃຫ້ກັບຄືນສູ່ຊີວິດໃຫ້ໝັ້ນຄົງ, ກັບຂື້ນການສຶກສາ, ຮ່ຳຮຽນ ", ທ່ານຮອງລັດຖະມົນຕີ Dang Hoang Oanh ໃຫ້ຄຳເຫັນ.
1
ທ່ານຮັກສາການອຳນວຍການວິທະຍາໄລກົດໝາຍພາກກາງ Vo Khac Hoan ກ່າວຄຳຮັບເອົາບັນດາຄຳຊີ້ນຳ
ຮັບເອົາຄຳເຫັນຊິ້ນຳ, ຮັກສາການອຳນວຍການວິທະຍາໄລກົດໝາຍພາກກາງ Vo Khac Hoan ຢືນຢັນວ່າ, ຈະສືບຕໍ່ສືບທອດແລ ະສົ່ງເສີມບັນດາໝາກຜົນທີ່ບັນລຸໄດ້, ຜ່ານຜ່າຂໍ້ຈຳກັດແລະ ຂໍ້ບົກຜ່ອງເພື່ອນຳ ວິທະຍາໄລກົດໝາຍພາກກາງພັດທະນາຢ່າງຖືກຕາມຖານະແລະ ມີຄຸນນະພາບດ້ວຍຄວາມຮຽກຮ້ອງຕ້ອງການຕົວຈິງແລະ ປະຕິບັດພາລະກິດການເມືອງຂອງຕົນຢ່າສຳເລັດຜົນ.
 
ເຈົ້າຂອງກະທູ້: Anh Tú

ຂ່າວຫຼ້າສຸດ

ຂ່າວເກົ່າ

 

ກິດຈະກໍາວິດີໂອ

ໂຮງຮຽນກົດຫມາຍໃນ Dong Hoi, Quang Binh

ຕິດຕໍ່ ເຊື່ອມໂຍງເວັບໄຊ

ສະຖິຕິ

  • ຜົນການຊອກຫາຜູ້ຊົມໃຊ້: 0
  • ໃນມື້ນີ້: 42
  • ເດືອນປັດຈຸບັນ: 3924
  • hits ທັງຫມົດ: 439457

ພາບກິດຈະກໍາ

  • 1
  • 1
  • 1
  • 1
  • 1