ປະເພດ

ຕິດຕໍ່

ໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍ
ທີ່ຕັ້ງ: ໜ່ວຍ 6, ຕາແສງ ບັກລີ໋, ນະຄອນ ດົ່ງເຮິຍ, ແຂວງ ກວາງບິ່ງ
 ໂທລະສັບ: +842326 258 016
Email: trungcapluat@gmail.com

ພະນັກງານປະຈຳການ
ທ່ານ ຫງວຽນ ເຈືອງ ແອງ ຕູ໋

ໂທລະສັບ: +842326 252 007
ມືຖື: +84971 990 882
  Email: anhtu.vientiane@gmail.com

Trang nhất » ຂ່າວ » ບົດລາຍງານກິດຈະກໍາ

ການຝິກອົບຮົມສະເພາະວຽກງານການປ້ອງກັນອັກຄີໄພລະງັບອັກຄີໄພ ແລະ ກູ້ໄພປີ 2020.

ຄັ້ງທີສອງ - 21/12/2020 09:31

ຈັດຕັ້ງປະຕິບັດແຜນການສະບັບເລກທີ 1107/ KH-CĐLMT ລົງວັນທີ 25 ພະຈິກ 2020 ຂອງອຳນວຍການວິທະຍາໄລກົດໝາຍພາກກາງ ວ່າດ້ວຍການຝິກອົບຮົມ ແລະ ການບຳລຸງ ວິຊາສະເພາະການປ້ອງກັນອັກຄີໄພລະງັບອັກຄີໄພ ແລະ ກູ້ໄພ ແລະປະຕິບັດແຜນການດັບເພິງໃນປີ 2020.

ພາຍໃນເວລາ 2 ວັນນັບແຕ່ວັນທີ 3 ທັນວາ 2020 ຫາວັນທີ 4 ທັນວາ 2020, ທີ່ວິທະຍາໄລກົດໝາຍ ພາກກາງ, ວິທະຍາໄລໄດ້ຮ່ວມກັບຫ້ອງການຕຳຫຼວດປ້ອງກັນລະງັບອັກຄີໄພ ຕຳຫຼວດແຂວງ ກວາງ ບີ່ງ ຈັດຕັ້ງການເຝິກອົບຮົມວິຊາສະເພາະການປ້ອງກັນລະງັບອັກຄີໄພແລະ ກູ້ໄພ ໃຫ້ແກ່ລັດຖະກອນ, ຜູ້ອອກແຮງງານຂອງວິທະຍາໄລ.

ສະຫາຍ ຫວໍ ຄັກ ຮວານ
ເລຂາໜ່ວຍພັກ, ອຳນວຍການໂຮງຮຽນ ກ່າວຄຳປາໄສເປີດຫ້ອງເຝິກອົບຮົມ
ກ່າວຄຳປາໄສເປີດຫ້ອງເຝິກອົບຮົມ, ສະຫາຍ ຫວໍ ຄັກ ຮວານ ໄດ້ກ່າວວ່າ: ໂຮງຮຽນມີຄວາມເອົາໃຈໄສ່ຕໍ່ວຽກງານປ້ອງກັນລະງັບອັກຄີໄພແລະ ກູ້ໄພ, ໂດຍຖືວ່ານີ້ແມ່ນໜ້າ ທີ່ເປັນປະຈຳ, ຕໍ່ເນື່ອງເພື່ອຫຼຸດຜ່ອນຜົນເສຍຫາຍທີ່ອາດຈະເກີດຂື້ນ. ອີກດ້ານໜື່ງ, ໄພອັນຕະລາຍ ຈາກການອັກຄີໄພແມ່ນຍັງສາມາດເກີດຂື້ນໄດ້ທຸກເວລາ, ສະຫາຍຮຽກຮ້ອງບັນດາສະມາຊິກຂອງທີມ ປ້ອງກັນລະງັບອັກຄີໄພແລະ ກູ້ໄພ ແລະ ລັດຖະກອນ, ຜູ້ອອກແຮງງານຂອງວິທະຍາໄລຍົກສູງສະຕິ ຄວາມຮັບຜິດຊອບປະຕິບັດລະບຽບວິໃນຂອງຫ້ອງຮຽນ, ຮ່ຳຮຽນຢ່າງຈີງຈັງ, ເຂົ້າຮ່ວມ ການເຝິກອົບຮົມເພື່ອໃຫ້ຮັບຜົນດີທີ່ສຸດ.
 
ສະຫາຍນາຍພັນຕີ ຫງວຽນ ຊວນ ເຟືອງ
ຫອງຫົວໜ້າຫ້ອງການປ້ອງກັນອັກຄີໄຟລະງັບອັກຄີໄຟ ແລະ ກູ້ໄພ
ໃນໄລຍະການເຝິກອົບຮົມ, ພາຍໃຕ້ການອະທິບາຍ ແລະ ການແນະນຳຂອງສະຫາຍພັນຕີ ຫງວຽນ ຊວນ ເຟືອງ ທີ່ໃຫ້ຂໍ້ມູນກ່ຽວກັບສະພາບການໄຟໄຫ້ມໃນເວລາທີ່ຜ່ານມາ, ເຫດການໄຟໄຫ້ມ ຈຳນວນໜຶ່ງມີຄວາມເສຍຫາຍຢ່າງຮ້າຍແຮງຕໍ່ຄົນ ແລະ ຊັບສິນທີ່ເກີດຂຶ້ນໃນຂອບເຂດທົ່ວປະເທດ ແລະ ເຂດ ກວາງ ບີ່ງ ໃນປີຜ່ານມາ, ບັນດາຄວາມຮູ້ພື້ນຖານກ່ຽວກັບການປ້ອງກັນອັກຄີໄພ ລະງັບອັກຄີໄພ, ບັນດາເຫດຜົນເກີດໄຟໄຫ້ມແລະ ບາງມາດຕະການປ້ອງກັນອັກຄີໄພລະງັບອັກຄີໄພ ທີ່ບັນດາໂຮງຮຽນ, ອົງການຕ່າງໆ. ບັນດາລັດຖະກອນ, ຜູ້ອອກແຮງງານຂອງໂຮງຮຽນໄດ້ແນະນຳ ໃຫ້ໃຊ້ບັນດາອຸປະກອນລະງັບອັກຄີໄພເຊັ່ນຈັກສູບລະງັບອັກຄີໄພ, ທໍ່ຢາງບັ້ງສູບລະງັບອັກຄີໄພ, ຖັງລະງັບອັກຄີໄພ, ບັນດາທັກສະອອກຈາກບ່ອນ
ອັນຕະລາຍ, ມາດຕະການປ້ອງກັນອັກຄີໄພ ລະງັບອັກຄີໄພ..

ຫຼັງຈາກເຜີຍແຜ່ທິດສະດີ, ພາຍໃຕ້ການແນະນຳຂອງບັນດາພະນັກງານສະເພາະຫ້ອງການຕຳຫຼວດ ປ້ອງກັນອັກຄີໄພລະງັບອັກຄີໄພ, ລັດຖະກອນ, ຜູ້ອອກແຮງງານໄດ້ປະຕິບັດຕົວຈີງບັນດາອຸປະກອນ ລະງັບອັກຄີໄພເຊັ່ນ: ຖັງແປ້ງລະງັບອັກຄີໄພ, ຖັງລະງັບອັກຄີໄພດ້ວຍກາດ CO2 ເພື່ອດັບມອດ ບ່ອນເກີດການລະເບີດ, ວິທີແກ້ໄຂໃນເວລາໄຟຟ້າລັດວົງຈອນ ແລະ ວິທີແກ້ໄຂບັນດາສະພາວະການ ສາມາດເກີດຂຶ້ນ.
ການເຝິກອົບຮົມວຽກງານປ້ອງກັນອັກຄີໄພລະງັບອັກຄີໄພ ແລະ ກູ້ໄພແມ່ນກິດຈະກຳຕາມກຳນົດ ເວລາຂອງໂຮງຮຽນ. ນິ້ແມ່ນໂອກາດເພື່ອລັດຖະກອນ, ຜູ້ອອກແຮງງານຂອງໂຮງຮຽນຍົກສູງຄວາມຮູ້ ແລະ ສະຕິຄວາມຮັບຜິດຊອບຕໍ່ການເຄື່ອນໄຫວປ້ອງກັນອັກຄີໄພລະງັບອັກຄີໄພ ແລະ ກູ້ໄພ, ແຕ່ນັ້ນ ເປັນເຈົ້າການໃນການປ້ອງກັນອັກຄີໄພລະງັບອັກຄີໄພ, ພ້ອມທີ່ຮັບມື, ແກ້ໄຂທີ່ທັນທີມີປະສິດທິຜົນ ກັບທຸກສະພາວະການລະເບີດທີ່ໂຮງຮຽນກໍຄືໃນຊີວິດປະຈຳວັນ, ປະກອບສ່ວນຮັບປະກັນ ຄວາມໝັ້ນຄົງສະຫຫງົບ, ຄວາມເປັນລະບຽບຮຽບຮ້ອຍ ໃນເຂດ ແຂວງ ກວາງ ບີ່ງ.
ເຈົ້າຂອງກະທູ້: Nguyen Huong

ຂ່າວຫຼ້າສຸດ

ຂ່າວເກົ່າ

 

ກິດຈະກໍາວິດີໂອ

ໂຮງຮຽນກົດຫມາຍໃນ Dong Hoi, Quang Binh

ຕິດຕໍ່ ເຊື່ອມໂຍງເວັບໄຊ

ສະຖິຕິ

  • ຜົນການຊອກຫາຜູ້ຊົມໃຊ້: 0
  • ໃນມື້ນີ້: 54
  • ເດືອນປັດຈຸບັນ: 2233
  • hits ທັງຫມົດ: 437766

ພາບກິດຈະກໍາ

  • 1
  • 1
  • 1
  • 1
  • 1