ປະເພດ

ຕິດຕໍ່

ໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍ
ທີ່ຕັ້ງ: ໜ່ວຍ 6, ຕາແສງ ບັກລີ໋, ນະຄອນ ດົ່ງເຮິຍ, ແຂວງ ກວາງບິ່ງ
 ໂທລະສັບ: +842326 258 016
Email: trungcapluat@gmail.com

ພະນັກງານປະຈຳການ
ທ່ານ ຫງວຽນ ເຈືອງ ແອງ ຕູ໋

ໂທລະສັບ: +842326 252 007
ມືຖື: +84971 990 882
  Email: anhtu.vientiane@gmail.com

Trang nhất » ຂ່າວ » ບົດລາຍງານກິດຈະກໍາ

ຕອນເຊົ້າວັນທີ 22/3, ທີ່ໂຮງຮຽນກົດໝາຍຊັ້ນກາງດົ່ງເຮີຍໄດ້ຈັດຕັ້ງກອງປະຊຸມບັນດາຫົວໜ່ວຍກໍ່ສ້າງຂື້ນກັບກະຊວງຍຸຕິທຳປະຈຳປີ 2019, ດ້ວຍມີການເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມຂອງຮອງລັດຖະມົນຕີ ທ່ານ ນາງ ດັ້ງ ຮ່ວາງ ແອັວງ.

ວັນພະຫັດ - 28/03/2019 09:08

 

 

http://image.baophapluat.vn/w800/Uploaded/2019/aobohun/2019_03_22/oanh_2_svcc.jpg


ວຽກງານການກໍ່ສ້າງ: ຮັບປະກັນຖືກຕາມລະດັບຄືບໜ້າ, ຄຸນນະພາບ

ທີ່ກອງປະຊຸມ, ໂຮງຮຽນກົດໝາຍຊັ້ນກາງ ດົ່ງເຮີຍ ໄດ້ນໍາສະເໜີບົດລາຍງານກ່ຽວກັບຜົນການເຄື່ອນໄຫວວຽກງານໄຕມາດ I ປີ 2019. ໂດຍສະເພາະ, ດ້ວຍພື້ນຖານບັນດາໂຮງຮຽນປະຕິບັດໄດ້ດີບັນດາວຽກງານຕາມແຜນການປີ 2019 ຖືກຕາມກໍານົດເວລາ, ຮັບປະກັນຄຸນະພາບ. ໃນວຽກງານຄັດເລືອກນັກຮຽນ, ໂຮງຮຽນກົດໝາຍຊັ້ນກາງ ດົ່ງເຮີຍໄດ້ຜັນຂະຫຍາຍວຽກງານຄັດເລືອກນັກຮຽນກົດໝາຍຊັ້ນກາງ, ທີ່ແຂວງ ກວາງຈີ້ ແລະ ໄດ້ມີນ້ອງນັກຮຽນ 150 ຄົນສະໝັກເຂົ້າຮຽນ. ຄຽງຄູ່ກັນນັ້ນ, ໂຮງຮຽນໄດ້ຮ່ວມມືກັບບັນດາອົງການກໍ່ສ້າງອື່ນໆເພື່ອຄັດເລືອກນັກສຶກສາເຂົ້າຮຽນຫຼັກສູດເຊື່ອມຕໍ່ປະລິນຍາຕີກົດໝາຍ, ປະລິນຍາບັດທີ 2 ປະລິນຍາຕີຂະແໜງກົດໝາຍ, ປະລິນຍາໂທກົດໝາຍ, ຝຶກອົບຮົມທັກສະນຳພາຊັ້ນຫ້ອງຂອງພະນັກງານ, ທິດສະດີການເມືອງຊັ້ນກາງ.

ໂຮງຮຽນກົດໝາຍຊັ້ນກາງ ທາຍ ຫງວຽນ ຄັດເລືອກໄດ້ນັກຮຽນ 169 ຄົນ, ປະສານງານ, ຮ່ວມມືກັບບັນດາອົງການທີ່ກ່ຽວຂ້ອງຄັດເລືອກ ແລະ ຈັດຕັ້ງການຝຶກອົບຮົມ, ມອບໃບຢັ້ງຢືນວິຊາສະເພາະທະບຽນຄອບຄົວໃຫແກ່ລັດຖະກອນຍຸຕິທຳຊັ້ນຕາແສງ, ເມືອງ; ຈັດຕັ້ງຫ້ອງຝຶກອົບຮົມໃຫແກ່ລັດຖະກອນຊັ້ນຕາແສງ, ເມືອງກ່ຽວກັບການແກ້ໄຂຮ້ອງທຸກ, ແຈ້ງຄວາມ. ຢູ່ທີ່ໂຮງຮຽນກົດໝາຍຊັ້ນກາງ ໄຕບັກ,  ຫົວໜວຍນີ້ໄດ້ໄດ້ດໍາເນີນການໂຄສະນາເຜີຍແຜ່ ແລະ ຄັດເລືອກນັກຮຽນ 13 ຄັ້ງຢູ່ທີ່ບັນດາ ແຂວງ ເຊີນລາ ແລະ ລາຍເຈ່ົາ; ເປີດຫ້ອງຝຶກອົບຮົມ ແລະ ມອບໃບຢັ້ງຢືນໃຫແກ່ລັດຖະກອນຍຸຕິທຳ-ທະບຽນຄອບຄົວ.

ໃນໄຕມາດ I ປີ 2019, ໂຮງຮຽນກົດໝາຍຊັ້ນກາງ ວີ້ແທງ ໄດ້ດໍາເນີນການຄັດເລືອກນັກຮຽນ ແລະ ສືບຕໍ່ປະສານງານ, ຮ່ວມມືກັບບັນດາອົງການກໍ່ສ້າງຄັດເລືອກນັກສຶກສາບັນດາຫຼັ້ກສູດປະລິນຍາຕີ, ວິຊາສະເພາະ ຄື: ປະລິນຍາຕີກົດໝາຍ, ວຽກງານທະບຽນສານ, ທະນາຍຄວາມ, ວິຊາຄູ, ວິຊາຄູສອນວິຊາຊີບ, ຝຶກອົບຮົມຄວາມຮູ້ໃນການຄຸ້ມຄອງລັດຊັ້ນວິຊາການ, ວິຊາການຫຼັກ, ວຽກງານທະບຽນຄອບຄົວ, ຢັ້ງຢືນ, ໄກ່ເກ່ຍຊັ້ນພື້ນຖານ, ຝຶກອົບຮົມວິຊາຊີບທະບຽນສານ...

ສຳຫຼັບວຽກງານການກໍ່ສ້າງ, ບັນດາໂຮງຮຽນກົດໝາຍຊັ້ນກາງໄດ້ສ້າງແຜນການກໍ່ສ້າງສໍາລັບພາກຮຽນທີສອງປີ 2018-2019 ແລະ ຜັນຂະຫຍາຍຈັດຕັ້ງການກໍ່ສ້າງໃຫ້ແກ່ບັນດາຫ້ອງ, ບັນດາຊຸດຖືກຕາມເວລາກຳນົດ ແລະ ລະດັບຄືບໜ້າຂອງການກໍ່ສ້າງ. ປະຈຸບັນນີ້ໂຮງຮຽນກົດໝາຍຊັ້ນກາງ ດົ່ງເຮີຍກຳລັງກໍ່ສ້າງໃຫ້ແກ່ນັກຮຽນ, ນັດສຶກສາຈຳນວນ 714 ຄົນ. ໃນນັ້ນ, 665 ນັກຮຽນຊັ້ນກາງ (251 ນັກຮຽນລາວ) ແລະ 49 ນັກສຶກສາເຊື່ອມຕໍ່ປະລິນຍາຕີກົດໝາຍ. ໂຮງຮຽນກົດໝາຍຊັ້ນກາງ ໄຕບັກ ກຳລັງກໍ່ສ້າງໃຫ້ແກ່ນັກຮຽນ 534 ນັກຮຽນຊັ້ນກາງກົດໝາຍ ແລະ ສືບຕໍ່ການຄຸ້ມຄອງບັນດາຫ້ອງຮ່ວມມື້ກໍ່ສ້າງດ້ວຍຈຳນວນ 400 ຄົນ. ໂຮງຮຽນກົດໝາຍຊັ້ນກາງ ບວນ ມາ ທ້ວດ ກຳລັງກໍ່ສ້າງໃຫ້ແກ່ນັກຮຽນ, ນັກສຳມະນາກອນຈຳນວນ 481 ຄົນ. ສ່ວນໂຮງຮຽນກົດໝາຍຊັ້ນກາງ ວີ້ ແທງ, ປະຈຸບັນກຳລັງຈັດຕັ້ງການກໍ່ສ້າງຕາມຫຼັກສູດໃຫ້ແກ່ 4 ຊຸດຮຽນດ້ວຍມີ 17 ຫ້ອງຮຽນຊັ້ນກາງກົດໝາຍ, ລວມມີນ້ອງນັກຮຽນ 587 ຄົນ. ຫົວໜ່ວຍນີ້ກໍສືບຕໍ່ຮ່ວມມືກັບບັນດາອົງການສືກສາກໍ່ສ້າງ 10 ຫ້ອງຮຽນຄືປະລິນຍາຕີກົດໝາຍ, ວຽກງານທະບຽນສານ, ທະນາຍຄວາມ, ປະຕິບັດເອກະຊົນ.... ດ້ວຍມີນັກສຳມະນາກອນຈຳນວນ 430 ຄົນ.

ນອກຈາກນັ້ນ, ບັນດາໂຮງຮຽນກົດໝາຍຍັງໃຫ້ຄວາມສຳຄັນໃຫ້ແກ່ການຄົ້ນຄວ້າວິທະຍາສາດ, ລົງທະບຽນ ແລະ ດຳເນີນການຄົ້ນຄວ້າຫຼາຍໆຫົວຂໍ້. ວຽກງານຄຸ້ມຄອງ ແລະ ນໍາໃຊ້ງົບປະມານໄດ້ຈັດຕັ້ງປະຕິບັດຕາມຂັ້ນຕອນລະບຽບການ, ແຜນການທີ່ເໝາະສົມ ແລະ ຕາມຂໍ້ກຳນົດຂອງກະຊວງຍຸຕິທໍາ.

ກໍ່ສ້າງ, ຝຶກອົບຮົມເພື່ອຕອບສະໜອງຄວາມຕ້ອງການດ້ານບຸກຄະລາກອນຂອງຂະແໜງການ ແລະ ສັງຄົມ

ຄຽງຄູ່ກັໝາກຜົນທີ່ໄດ້ຮັບ, ບັນດາໂຮງຮຽນຍັງສະເໜີຄວາມຫຍຸ້ງຍາກ ແລະ ຂໍ້ຈໍາກັດໃນຂະບວນການດໍາເນີນງານເຊັ່ນຄວາມຕ້ອງການໃນການກໍ່ສ້າງກົດໝາຍຊັ້ນກາງນັບມື້ນັບຫນ້ອຍລົງ, ໂກຕາພະນັກງານໜ້ອຍ ແລະ ຄຸນນະພາບຂອງນັກຮຽນເຂົ້າໃໝ່ຕຳ່.

ໃນກອງປະຊຸມຄັ້ງນີ້, ບັນດາຜູ້ແທນໄດ້ສຸມໃສ່ການສົນທະນາເພື່ອຊອກຫາວິທີແກ້ໄຂຄວາມຫຍຸ້ງຍາກໃນການຄັດເລືອກ, ກໍ່ສ້າງນັກຮຽນ ແລະ ສະເຫນີຄຳເຫັນສ້າງໂຮງຮຽນວິທະຍາໄລ 3 ແຫ່ງອີງຕາມບົນພື້ນຖານ ໂຮງຮຽນກົດໝາຍຊັ້ນກາງ 3 ແຫ່ງໃນປະຈຸບັນແມ່ນ ວີ້ ແທງ, ດົ່ງ ເຮີຍ ແລະ ທາຍ ຫງວຽນ.

ກ່າວຄຳປາໄສ, ຮອງລັດຖະມົນຕີ ທ່ານ ນາງ ດັ້ງ ຮ່ວາງ ແອັວງຮອງຮັບຄວາມບຸກບືນ, ພະຍາຍາມຂອງໂຮງຮຽນກົດໝາຍຊັ້ນກາງ 5 ແຫ່ງໃນການຈັດຕັ້ງປະຕິບັດບັນດາໜ້າທີ່ໃຈກາງຂອງໄຕມາດ I ປີ 2019. ບັນດາໂຮງຮຽນໄດ້ມີການຕັ້ງໜ້າພະຍາຍາມໃນບັນຫາຮ່ວມມືກໍ່ສ້າງປະລິນຍາບັດທີ 2, ເຊື່ອມຕໍ່ປະລິນຍາຕີກົດໝາຍ, ບັນຫາຝຶກອົບຮົມໃຫແກ່ລັດຖະກອນຍຸຕິທຳ-ທະບຽນຄອບຄົວປະຕິບັດໄດ້ດີທີ່ຫຼາຍທ້ອງຖິ່ນຍັງທຸກຍາກດ້ານເສດຖະກິດ-ສັງຄົມ, ຈັດຕັ້ງການຝຶກອົບຮົມໃຫແກ່ລັດຖະກອນເພື່ອຍົກສູງຄຸນນະພາບໃນການກໍ່ສ້າງ. ພິເສດແມ່ນສຳລັບບັນດາໂຮງຮຽນກົດໝາຍຊັ້ນກາງພັດທະນາ, ຍົກລະດັບໄປສູ່ໂຮງຮຽນວິທະຍາໄລກົດໝາຍໃນເວລາຕໍ່ມາ.

ສໍາລັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທີ່ເກີດຂື້ນຂອງບັນດາຫົວໜ່ວຍຂື້ນກັບກະຊວງຍຸດຕິທໍາ, ຮອງລັດຖະມົນຕີທ່ານ ນາງ ດັ້ງ ຮ່ວາງ ແອັວງ ກໍໄດ້ສະແດງຄວາມແບ່ງເບົາຄວາມຫຍຸ້ງຍາກດ້ານພື້ນຖານໂຄງລ່າງ, ງົບປະມານຂອງບັນດາຫົວໜ່ວຍ, ໂດຍສະເພາະສໍາລັບແຕ່ລະພະນັກງານ, ລັດຖະກອນ, ຄູ-ອາຈານ.

ໃນເວລາຕໍ່ມາ, ໂດຍພື້ນຖານແລ້ວເຫັນດີກັບບັນດາເປົ້າໝາຍ ແລະ ວິທີການແກ້ໄຂບັນຫາທີ່ໄດ້ລະບຸໄວ້ໃນບົດລາຍງານ ແລະ ບັນດາຄໍາເຫັນໃນກອງປະຊຸມ. ທ່ານຮອງລັດຖະມົນຕີໄດ້ສະເໜີໃຫ້ບັນດາໂຮງຮຽນເປັນເຈົ້າການ, ຕັ້ງໜ້າພະຍາຍາມຜັນຂະຫຍາຍປະຕິບັດແຜນວຽກປີ 2019 ເຊິ່ງສືບຕໍ່ກໍ່ສ້າງກົດໝາຍຊັ້ນກາງ, ຮ່ວມມືໃນການກໍ່ສ້າງ, ຝຶກອົບຮົມເພື່ອຕອບສະຫນອງຄວາມຕ້ອງການບຸກຄະລາກອນຂອງຂະແໜງການ, ສັງຄົມ ແລະ ພາກພື້ນ.

ຕິດຕາມບັນດາໜ້າທີ່ໃຈກາງທີ່ໄດ້ກໍານົດແຜນການ, ປະຕິບັດວຽກງານຄັດເລືອກນັກຮຽນໃໝ່ຖືກຕາມກຳນົດລະບຽບການ, ຖືກຈຳນວນ ແລະ ຮັບປະກັນຄຸນນະພາບ. ຄຽງຄູ່ກັນນັ້ນ, ເອົາໃຈໃສ່ໃຫ້ແກ່ວຽກງານຮ່ວມມືໃນການກໍ່ສ້າງ, ຄົ້ນຄວ້າວິທະຍາສາດ. ເຫັນຄວາມສຳຄັນສ້າງ, ເພີ່ມທະວີສາຍພົວພັນລະຫວ່າງໂຮງຮຽນ, ອົງການຈັດຕັ້ງຍຸຕິທຳ, ສົ່ງເສີມຍຸຕິທຳ, ວິສາຫະກິດ. ເປັນປະຈຳ, ພົບປະເພື່ອຊອກຮູ້ຄວາມຕ້ອງການຂອງຫນ່ວຍງານນຳໃຊ້ນັກຮຽນ, ນັກສຶກສາໃນວຽກງານຮ່ວມມືກໍ່ສ້າງເພື່ອເພື່ອສ້າງມາດຕະຖານສົ້ນອອກ. ພິເສດແມ່ນນັບແຕ່ປີ 2019 ປະສານສົມທົບກັບສະຖາບັນຍຸຕິທຳເພື່ອກໍ່ສ້າງທິດສະດີການເມືອງໃຫ້ແກ່ພະນັກງານ ລັດຖະກອນຂອງກະຊວງ, ຂະແໜງ ແລະ ທ້ອງຖິ່ນ.

ຄຽງຄູ່ກັນນັ້ນ, ສືບຕໍ່ການປັບປຸງອົງກອນການຈັດຕັ້ງ, ກົງຈັກຂອງບັນດາໂຮງຮຽນ. ກະກຽມເງື່ອນໄຂທີ່ຈໍາເປັນ, ຂື້ຮ່າງແຜນຮ່າງເພື່ອຍົກລະດັບບັນດາໂຮງຮຽນເປັນໂຮງຮຽນວິທະຍາໄລກົດໝາຍຕາມຂໍ້ຕົກລົງເລັກທີ 3061/QĐ-BTP ວັນທີ 20/12/2018 ຂອງລັດຖະມົນຕີກະຊວງຍຸຕິທໍາອະນຸມັດແຜນຮ່າງພັດທະນາບັນດາໂຮງຮຽນກົດໝາຍ ແລະ ນຳສະເໜີບັນດາອົງການທີ່ມີສິດອໍານາດເພື່ອອະນຸມັດແຜນຮ່າງຫຼັງຈາກນາຍົກລັດຖະມົນຕີອະນຸມັດແຜນກຳນົດບັນດາຫົວຫນ່ວຍ ພາລະກິດທີ່ຂື້ກັບກະຊວງຍຸຕິທຳ.

ເພີ່ມທະວີການກໍ່ສ້າງ, ຝຶກອົບຮົມເພື່ອຫັນເຂົ້າສູ່ມາດຕະຖານຂອງຄູສອນ, ພະນັກງານຄຸ້ມຄອງເພື່ອຮັບປະກັນມາດຕະຖານດ້ານວິຊາຊີບ, ວິຊາສະເພາະຄູສອນວິຊາຊີບ ແລະ ພະນັກງານຄຸ້ມຄອງຕາມກຳນົດ, ຫວ່າງທິດທາງພັດທະນາລະບົບຄູ-ອາຈານ, ພະນັກງານຄຸ້ມຄອງຕອບສະຫນອງຄວາມຕ້ອງການຂອງການກໍ່ສ້າງກົດໝາຍຊັ້ນສູງ. ມີນະໂຍບາຍເພື່ອດຶງດູດຫຼືເຊື້ອເຊີນຜູ້ທີ່ມີປະສົບການ, ມີນາມຕໍາແໜ່ງຍຸຕິທຳເຂົ້າມາສອນຢູ່ທີ່ໂຮງຮຽນ.

ນອກຈາກນັ້ນ, ຮອງລັດຖະມົນຕີຍັງໄດ້ສະເໜີບັນດາໂຮງຮຽນເຊື່ອມຊຶມຢ່າງຈິງຈັງ, ຄົບຖ້ວນຈິດໃຈ, ເປົ້າໝາຍຂອງການສຶກສາ, ກໍ່ສ້າງ ແລະ ພັດທະນາໂຮງຮຽນ, ຮັກສາ ແລະ ເສີມຂະຫຍາຍຈິດໃຈຄວາມສາມັກຄີ, ເປັນຈິດ ໜຶ່ງໃຈດຽວເພື່ອສ້າງ ແລະ ພັດທະນາໂຮງຮຽນໃນໄລຍະປະຈຸບັນ ແລະ ໃນອະນາຄົດ. ຮອງລັດຖະມົນຕີໄດ້ຮຽກຮ້ອງໃຫ້ຫົວຫນ່ວຍທີ່ກ່ຽວຂ້ອງຂອງກະຊວງຍຸຕິທໍາສືບຕໍ່ເອົາໃຈໃສ່, ປະສານສົມທົບຢ່າງໃກ້ຊິດ ແລະ ສ້າງເງື່ອນໄຂຊ່ວຍເຫຼືອໂຮງຮຽນເພື່ອປະຕິບັດໜ້າທີ່ທີ່ໄດ້ຮັບມອບຫມາຍ.

ບາງຮູບພາບທີ່ກອງປະຊຸມ:

 

http://image.baophapluat.vn/w800/Uploaded/2019/aobohun/2019_03_22/oanh_1_hsug.jpghttp://image.baophapluat.vn/w800/Uploaded/2019/aobohun/2019_03_22/vu_uidy.jpghttp://image.baophapluat.vn/w800/Uploaded/2019/aobohun/2019_03_22/vi_thanh_izil.jpghttp://image.baophapluat.vn/w800/Uploaded/2019/aobohun/2019_03_22/vo_khac_hoan_rgwp.jpghttp://image.baophapluat.vn/w800/Uploaded/2019/aobohun/2019_03_22/1_qvqo.jpg


ເຈົ້າຂອງກະທູ້: Anh Tu

ຂ່າວຫຼ້າສຸດ

ຂ່າວເກົ່າ

 

ກິດຈະກໍາວິດີໂອ

ໂຮງຮຽນກົດຫມາຍໃນ Dong Hoi, Quang Binh

ຕິດຕໍ່ ເຊື່ອມໂຍງເວັບໄຊ

ສະຖິຕິ

  • ຜົນການຊອກຫາຜູ້ຊົມໃຊ້: 0
  • ໃນມື້ນີ້: 139
  • ເດືອນປັດຈຸບັນ: 4021
  • hits ທັງຫມົດ: 439554

ພາບກິດຈະກໍາ

  • 1
  • 1
  • 1
  • 1
  • 1