ປະເພດ

ຕິດຕໍ່

ໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍ
ທີ່ຕັ້ງ: ໜ່ວຍ 6, ຕາແສງ ບັກລີ໋, ນະຄອນ ດົ່ງເຮິຍ, ແຂວງ ກວາງບິ່ງ
 ໂທລະສັບ: +842326 258 016
Email: trungcapluat@gmail.com

ພະນັກງານປະຈຳການ
ທ່ານ ຫງວຽນ ເຈືອງ ແອງ ຕູ໋

ໂທລະສັບ: +842326 252 007
ມືຖື: +84971 990 882
  Email: anhtu.vientiane@gmail.com

Trang nhất » ຂ່າວ » ບົດລາຍງານກິດຈະກໍາ

ຕອນບ່າຍວັນທີ 22/3, ທີ່ໂຮງຮຽນກົດໝາຍຊັ້ນກາງ ດົ່ງ ເຮີຍໄດ້ຈັດຕັ້ງກອງປະຊຸມປຸກລະດົມການແຂ່ງຂັນ ແລະ ເຊັນສັນຍາແຂ່ງຂັນຂອງກຸ່ມແຂ່ງຂັນເລັກທີ II ປີ 2019. ຄະນະເຮັດວຽກຂອງກະຊວງຍຸຕິທຳນຳດ້ວຍຮອງລັດຖະມົນຕີ ທ່ານ ນາງ ດັ້ງ ຮ່ວາງ ແອັວງ ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມ.

ວັນພະຫັດ - 28/03/2019 09:21

Thứ trưởng Đặng Hoàng Oanh: “Phong trào thi đua ở các đơn vị nâng cao chất lượng, hiệu quả công tác”

ເຂົ້າຮ່ວມກອງປະຊຸມຍັງມີຕ່າງໜ້າກົມຈັດຕັ້ງພະນັກງານ, ຫ້ອງການກະຊວງ, ກົມແຂ່ງຂັນ-ຍ້ອງຍໍ ແລະ ການນຳ 11 ຫົວໜ່ວຍເຄື່ອນໄຫວໃນຂະແໜງການ: ໜັງສືພິມພິມຈຳໜ່າຍ, ຄົ້ນຄວ້າວິທະຍາສາດ ແລະ ກໍ່ສ້າງບຳລຸງສັງກັດກຸ່ມແຂ່ງຂັນເລັກທີ II - ກະຊວງຍຸຕິທຳ.

ປະຕິບັດ, ຫົວຄິດປະດິດສ້າງ ແລະ ບືນກ້າວໜ້າ

ທີ່ກອງປະຊຸມ, ຕາງໜ້າກົມແຂ່ງຂັນ-ຍ້ອງຍໍໄດ້ປະກາດຂໍ້ຕົກລົງໂຮງຮຽນກົດໝາຍຊັ້ນກາງ ດົ່ງເຮີຍ ແມ່ນຫົວໜ້າກຸ່ມ ແລະ ສຳນັກພິມຈຳໜ່າຍຍຸຕິທຳແມ່ນຮອງຫົວໜ້າກຸ່ມແຂ່ງຂັນເລັກທີ II ປີ 2019. ຫລັງຈາກນັ້ນ, ຜູ້ຕາງຫນ້າຂອງໂຮງຮຽນກົດໝາຍຊັ້ນກາງ ດົ່ງເຮີຍໄດ້ສະເຫນີແຜນການເຄື່ອນໄຫວຂະບວນການແຂ່ງຂັນ 2019 ຂອງກຸ່ມແຂ່ງຂັນເລັກທີ II. ໃນບົດຫຼຸບການລົງທະບຽນແຂ່ງຂັນໃນປີ 2019 ຂອງກຸ່ມໄດ້ບັນຈຸ 13 ເນື້ອໃນຂອງແຜນການແຂ່ງຂັນຢ່າງຊັດເຈນ. ໂດຍສະເພາະ, ກຸ່ມແຂ່ງຂັນເລັກທີ II ຕອບສະໜອງຂະບວນການແຂ່ງຂັນດ້ວຍຫົວຂໍ້ “ກຸ່ມແຂ່ງຂັນເລັກທີ II ຮັດແໜ້ນລະບຽບວິໄນ, ເພີ່ມທະວີຄວາມສາມັກຄີ, ປະຕິບັດ, ຫົວຄິດປະດິດສ້າງ, ບືນກ້າວໜ້າ, ປະສິດທິຜົນ ປະຕິບັດຢ່າງມີໄຊໜ້າທີ່ການເມືອງປີ 2019 ທຸກຂະແໜງໜັງສືພິມ, ພິມຈຳໜ່າຍ, ກໍ່ສ້າງ, ບຳລຸງ; ກໍ່ສ້າງພື້ນຖານ, ຄົ້ນຄວ້າ, ຄຸ້ມຄອງວິທະຍາສາດ”

http://image.baophapluat.vn/w800/Uploaded/2019/aobohun/2019_03_22/thu_truong_dang_hoang_oanh_chup_hinh_luu_niem_voi_lanh_dao_11_don_vi_trong_cum_thi_dua_so_ii_nam_2019_tume.jpg

 ຄຽງຄູການຜັນຂະຫຍາຍຕິດພັນກັບຂະບວນການແຂ່ງຂັນ, “ຂະແໜງຍຸຕິທຳປະກອບສ່ວນສ້າງຊົນນະບົດໃໝ່”, “ພະນັກງານຍຸຕິທຳຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດ, ແບບທຳນອງ ໂຮ່ ຈີ ມີງ”; ຕອບສະໜອງຂະບວນການ “ທົ່ວປະເທດຮ່ວມແຮງເພື່ອຄົນທຸກ-ບໍ່ປ່ອຍປະຜູ້ຢູ່ຫຼັງ”, “ວິສາຫະກິດຫວຽດນາມເຊື່ອມຕົວ ແລະພັດທະນາ”.

http://image.baophapluat.vn/w800/Uploaded/2019/aobohun/2019_03_22/chieu_1_qtjt.jpg

 ທີ່ກອງປະຊຸມ, ປຸກລະດົມການແຂ່ງຂັນ ແລະ ເຊັນສັນຍາແຂ່ງຂັນ, ຜູ້ແທນທີ່ເປັນຕົວແທນຂອງຫົວໜ່ວຍໃນກຸ່ມແຂ່ງຂັນເລັກທີ່ II ໄດ້ເຂົ້າຮ່ວມສົນທະນາ, ດ້ວຍນ້ຳໃຈສ້າງສັນສູງ, ເໝາະສົມດ້ວຍຄວາມຫວັງວ່າຂະບວນການແຂ່ງຂັນໄດ້ຮັບຜົນງານດີ, ນໍາເອົາເປົ້າໝາຍຄຸນນະພາບທີ່ແທ້ຈິງໄປສູ່ທາງໜ້າ. ຮັກສາການອໍານວຍການໂຮງຮຽນກົດໝາຍຊັ້ນກາງ ດົ່ງ ເຮີຍ ຫວໍ ຄັກ ຮວານ - ຜູ້ຕາງຫນ້າຂອງກຸ່ມການແຂ່ງຂັນໄດ້ຂໍຮັບບັນດາຄຳເຫັນສົນທະນາ, ການປະກອບສ່ວນຈາກບັນດາຫົວໜ່ວຍ ແລະ ສະເໜີໃຫ້ບັນດາຫົວໜ່ວຍຂອງກຸ່ມສືບຕໍ່ຮ່ວມມືສາມັກຄີ, ປະກອບຄໍາເຫັນກ່ຽວກັບບັນດາລາຍການ, ແຜນການເຄື່ອນໄຫວຂອງກຸ່ມເພື່ອຈັດຕັ້ງປະຕິບັດວຽກງານທີ່ໄດ້ຮັບມອບໝາຍ, ຈັດຕັ້ງປະຕິບັດບັນດາຂະບວນການແຂ່ງຂັນຂອງກະຊວງ, ຂອງຂະແຫນງລະດົມ.

“ບັນດາຫົວໜ່ວຍຕ້ອງເພີ່ມທະວີຄວາມສາມັກຄີ” 

ກ່າວຄຳປາໄສ ຕໍ່ກອງປະຊຸມ, ຮອງລັດຖະມົນຕີ ທ່ານ ນາງ ດັ້ງ ຮ່ວາງ ແອັວງຕີລາຄາສູງຂະບວນການແຂ່ງຂັນໃນການສ້າງແຮງຈູງໃຈ ແລະ ຫນ້າທີ່ໃຫມ່. ຮອງລັດຖະມົນຕີໄດ້ສັງເກດຮອງຮັບບັນດາຄຳເຫັນດ້ວຍນຳ້ໃຈສ້າງສັນຂອງບັນດາຫົວຫນ່ວຍ.

"ໃນສະພາບການທີ່ຂະແຫນງຍຸຕິທຳຍັງມີຄວາມຫຍຸ້ງຍາກຫລາຍຢ່າງກ່ຽວພື້ນຖານໂຄງລ່າງ, ອົງປະກອບການຈັດ ຕັ້ງ ແລະ ບຸກຄະລາກອນບໍ່ພຽງພໍເມື່ອທຽບກັບຄວາມຕ້ອງການຂອງວຽກງານ, ບັນດາຫົວໜ່ວຍຂອງກຸ່ມແຂ່ງຂັນເລັກທີ່ II ໄດ້ຕັ້ງໜ້າພະຍາຍາມຢ່າງໃຫຍ່, ຜ່ານຜ່າອຸປະສັກໝົດທຸຢ່າງ, ຈັດຕັ້ງປະຕິບັດຢ່າງເປັນລະບົບການເຄື່ອນໄຫວຂອງຂະບວນການແຂ່ງຂັນດ້ວຍບັນດາເນື້ອໃນທີ່ແທດເໝາະກັບສະພາບຕົວຈິງຕິດພັນກັບແຜນວຽກທີ່ສໍາຄັນຂອງກະຊວງ, ມີການເຊື່ອມໂຍງລະຫວ່າງຂະບວນການແຂ່ງຂັນກັບໜ້າທີ້ການເມືອງທີ່ແຕລະຫົວໜ່ວຍໄດ້ຮັບມອບໝາຍ. ການຈັດຕັ້ງເຄື່ອນໄຫວຂະບວນການແຂ່ງຂັນໃນບັນດາຫົວໜ່ວຍໄດ້ປະກອບສ່ວນເຂົ້າໃນການປັບປຸງຄຸນນະພາບ, ປະສິດທິພາບຂອງວຽກງານເພື່ອສ້າງຄວາມເຂັ້ມແຂງ, ບູລະນະອົງການຈັດຕັ້ງໃຫ້ສົມບູນ, ຫ່ວງໃຍຝຶກອົບຮົມພະນັກງານລັດຖະກອນກ່ຽວກັບຈັນຍາບັນ, ຄວາມກ້າຫານ ແລະ ຄວາມຮັບຜິດຊອບດ້ານວິຊາຊີບ; ສ້າງຫົວໜ່ວຍບໍລິສຸດ, ເຂັ້ມແຂງ; ສົ່ງເສີມການປະຢັດຕ້ານການສໍ້ລາດບັງຫຼວງ ... " - ຮອງລັດຖະມົນຕີ ທ່ານ ນາງ ດັ້ງ ຮ່ວາງ ແອັວງ ຢັ້ງຢືນ.

http://image.baophapluat.vn/w800/Uploaded/2019/aobohun/2019_03_22/oanh_3_axvi.jpg

 
ທ່ານຮອງລັດຖະມົນຕີໄດ້ຕີລາຄາສູງຜົນໄດ້ຮັບຂອງວຽກງານໃນປີ 2018 ທິ່ບັນດາຫົວໜ່ວຍໄດ້ສໍາເລັດຕາມແຜນການ ແລະ ປະກົດສີສັນຄວາມຈະເລີນ. ຄື, ໃນປີ 2018 ກຸ່ມແຂ່ງຂັນເລັກທີ່ II ມີ 3 ຫົວໜ່ວຍມອບທຸງແຂ່ງຂັນຂອງຂະແໜງຍຸຕິທຳແມ່ນ: ໜັງສືພິມກົດໝາຍຫວຽດນາມ, ສູນປະຫວັດແຫ່ງຊາດ ແລະ ມະຫາວິທະຍາໄລກົດໝາຍ ຮ່າໂນ້ຍ. ເປັນກຽດ,  ມະຫາວິທະຍາໄລກົດໝາຍ ຮ່າໂນ້ຍໄດ້ລັດຖະມົນຕີກະຊວງຍຸຕິທໍາສະເໜີລັດຖະບານພິຈາລະນາມອບທຸງແຂ່ງຂັນຂອງລັດຖະບານ. ໃນປີ 2018, ລັດຖະມົນຕີກໍ່ໄດ້ຮັບຮອງນາມມະຍົດຊື່ອົງການເຮັດວຽກທີ່ດີເລີດສໍາລັບ 47 ອົງການ; ຮັບຮອງນາມມະຍົດນັກຮົບແຂ່ງຂັນຂະແຫນງຍຸຕິທໍາສໍາລັບ 2 ຄົນ; ໄດ້ມອບໃບຍໍ້ງຍໍຂອງລັດຖະມົນຕີຍຸຕິທໍາໃຫ້ 21 ອົງການ, 91 ຄົນທີ່ມີຜົນງານດີເລີດໃນວຽກງານ.

"ຕາງໜ້າຄະນະນໍາຂອງກະຊວງ, ຂ້າພະເຈົ້າຊົມເຊີຍຜົນໄດ້ຮັບ ແລະ ຜົນງານຂອງບັນດາອົງການ ແລະ ບຸກຄົນຂອງກຸ່ມ, ເຊິ່ງເປັນຫຼັກຖານ, ຄວາມຈູງໃຈທີ່ຈະສືບຕໍ່ຜັນຂະຫຍາຍຜົນໄດ້ຮັບຈາກຂະບວນການແຂ່ງຂັນ. ຍໍ້ງຍໍລາງວັນໃນປີ 2019 ແລະບັນດາປີຕໍ່ໄປ "- ຮອງລັດຖະມົນຕີທ່ານ ນາງ ດັ້ງ ຮ່ວາງ ແອັວງ ປະກາດທິ່ປະຊຸມ. ຮອງລັດຖະມົນຕີໄດ້ສະແດງຄວາມເຫັນດີດ້ວຍພື້ນຖານແຜນການການຈັດຕັ້ງເຄື່ອນໄຫວຂະບວນການແຂ່ງຂັນ, ບົດລາຍງານຈົດທະບຽນການແຂ່ງຂັນ ແລະ ຄຳເຫັນຂອງບັນດາຜູ້ແທນ.

 

ຮອງລັດຖະມົນຕີທ່ານ ນາງ ດັ້ງ ຮ່ວາງ ແອັວງສະເໜີຫົວຫນ້າບັນດາຫົວໜ້ວຍໃນກຸ່ມເອົາໃຈໃສ່ນຳພາຂະບວນການແຂ່ງຂັນຂອງຫົວໜ້ວຍຂອງເອງ ແລະ ໃສ່ໃຈຈັດຕັ້ງປະຕິບັດ 4 ເນື້ອໃນຄືດັ່ງຕໍ່ໄປນີ້: ຕິດຕາມມາດຖານຂະບວນການແຂ່ງຂັນຂອງຂະແໜງ. ການແຂ່ງຂັນຂອງອຸດສາຫະກໍາ: "ຂະແໜງຍຸຕິທຳແຂ່ງຂັນຮັດແໜ້ນລະບຽບວິໄນ, ເພີ່ມທະວີຄວາມສາມັກຄີ, ປະຕິບັດ, ຫົວຄິດປະດິດສ້າງ, ບືນກ້າວໜ້າ, ປະສິດທິຜົນ ປະຕິບັດຢ່າງມີໄຊໜ້າທີ່ການເມືອງປີ 2019 "; ສືບຕໍ່ການປະດິດສ້າງ, ປັບປຸງຄຸນນະພາບຂອງເນື້ອໃນການແຂ່ງຂັນ, ມາດຕະການການປະຕິບັດເພື່ອເຮັດໃຫ້ການເຄື່ອນໄຫວການແຂ່ງຂັນກາຍເປັນການເຄື່ອນໄຫວ ແລະ ປະສິດທິພາບຫຼາຍຂຶ້ນ, ທຸກໆຄົນສາມາດເຕີບໂຕຜ່ານການເຄື່ອນໄຫວການແຂ່ງຂັນ; ໃຫ້ຄວາມສໍາຄັນຕໍ່ການກວດສອບ, ການສ້າງ ແລະ ຊຸກຍູ້ການຮ່ວມກຸ່ມ, ການພັດທະນາປັດໃຈໃຫມ່ແລະຕົວຢ່າງ, ຜົນສໍາເລັດທີ່ໂດດເດັ່ນທີ່ຈະປະຕິບັດເປັນຫຼັກ ແລະ ແບບປົກກະຕິ ສືບຕໍ່ປະຕິບັດຕໍ່ກອງປະຊຸມແຂ່ງຂັນຮັກຊາດສະໄຫມທີ 5 ຈັດຂຶ້ນໃນປີ 2020; ເສີມສ້າງຄວາມເຂັ້ມແຂງຂອງບັນດາຜູ້ທີ່ເຮັດວຽກກ່ຽວກັບການແຂ່ງຂັນ-ຍໍ້ງຍໍໃນຫນ່ວຍງານ ແລະ ສ້າງຄວາມເຂັ້ມແຂງການແລກປ່ຽນລະຫວ່າງຫົວຫນ່ວຍເພື່ອແບ່ງປັນແລະຮຽນຮູ້ປະສົບການເພື່ອປັບປຸງຄຸນນະພາບການແຂ່ງຂັນ-ຍໍ້ງຍໍ

ປະຕິບັດຄຳຕັດສິນຂອງສານທາງແພ່ງ ແຂວງ ກວາງ ບີ່ງ: ຄວນສຸມໃສ່ຊັບພະຍາກອນທັງຫມົດເພື່ອປະຕິບັດວຽກງານທີ່ໄດ້ຮັບມອບຫມາຍຢ່າງສຳເລັດ

ໃນຕອນບ່າຍວັນທີ 22/3, ໃນໂອກາດໄປເຮັດວຽກຢູ່ແຂວງ ກວາງບີ່ງ ເພື່ອດໍາເນີນກິດຈະກໍາຕົ້ນຕໍຂອງກະຊວງຍຸຕິທໍາ, ຮອງລັດຖະມົນຕີທ່ານ ນາງ ດັ້ງ ຮ່ວາງ ແອັວງ ຕີໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບ ກົມປະຕິບັດຄຳຕັດສິນຂອງສານທາງແພ່ງ (THADS) ແຂວງ ກວາງບີ່ງ. ຫົວໜ້າກົມປະຕິບັດຄຳຕັດສິນຂອງສານທາງແພ່ງ ແຂວງ ກວາງ ບີ່ງ, ມາຍ ກົງ ແຢັງ, ຕາງໜ້າຂະແໜງປະຕິບັດຄຳຕັດສິນຂອງສານທາງແພ່ງແຂວງ, ລາຍງານໃຫ້ຮອງລັດຖະມົນຕີກ່ຽວກັບຜົນງານ, ໂຄງປະກອບການຈັດຕັ້ງ - ພະນັກງານ ແລະ ຂໍ້ຈໍາກັດ ແລະ ຄວາມຫຍຸ້ງຍາກທີ່ເກີດຂື້ນໃນຂະບວນການເຮັດວຽກ.

http://image.baophapluat.vn/w800/Uploaded/2019/aobohun/2019_03_22/chieu_2_asho.jpg


ເຈົ້າຂອງກະທູ້: Anh Tu

ຂ່າວຫຼ້າສຸດ

ຂ່າວເກົ່າ

 

ກິດຈະກໍາວິດີໂອ

ໂຮງຮຽນກົດຫມາຍໃນ Dong Hoi, Quang Binh

ຕິດຕໍ່ ເຊື່ອມໂຍງເວັບໄຊ

ສະຖິຕິ

  • ຜົນການຊອກຫາຜູ້ຊົມໃຊ້: 0
  • ໃນມື້ນີ້: 808
  • ເດືອນປັດຈຸບັນ: 2520
  • hits ທັງຫມົດ: 456142

ພາບກິດຈະກໍາ

  • 1
  • 1
  • 1
  • 1
  • 1