ປະເພດ

ຕິດຕໍ່

ໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍ
ທີ່ຕັ້ງ: ໜ່ວຍ 6, ຕາແສງ ບັກລີ໋, ນະຄອນ ດົ່ງເຮິຍ, ແຂວງ ກວາງບິ່ງ
 ໂທລະສັບ: +842326 258 016
Email: trungcapluat@gmail.com

ພະນັກງານປະຈຳການ
ທ່ານ ຫງວຽນ ເຈືອງ ແອງ ຕູ໋

ໂທລະສັບ: +842326 252 007
ມືຖື: +84971 990 882
  Email: anhtu.vientiane@gmail.com

Trang nhất » ຂ່າວ » ບົດລາຍງານກິດຈະກໍາ

ໂຮງຮຽນກົດໝາຍຊັ້ນກາງດົງເຫີຍຈັດກອງປະຊຸມພະນັກງານ, ລັດຖະກອນ, ພາລະກອນ ແລະ ຄົນງານໃນປີ 2018

ຄັ້ງທີສອງ - 04/03/2019 10:08

ດໍາເນີນດໍາລັດເລກທີ 04/2015/NĐ-CP ລົງວັນທີ 09/01/2015 ຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດຢ່າງປະຊາທິປະໄຕໃນກິດຈະກໍາຕ່າງໆຂອງອົງການບໍລິຫານຂອງລັດ ແລະ ໜ່ວຍງານພາລະກິດຂອງລັດ; ຄໍາແນະນໍາເລກທີ 117/HD-CĐBTP ລົງວັນທີ 11/12/2018 ຂອງກໍາມະບານກະຊວງຍຸຕິທໍາກ່ຽວກັບການຈັດຕັ້ງກອງປະຊຸມພະນັກງານ, ລັດຖະກອນ, ພາລະກອນ ແລະ ຄົນງານໃນປີ 2018, ວັນທີ 27/12/2018, ຄະນະອໍານວຍການໂຮງຮຽນກົດໝາຍຊັ້ນກາງດົງເຫີຍໄດ້ປະສານສົມທົບກັບຄະນະກໍາມະບານຂອງໂຮງຮຽນເພື່ອຈັດຕັ້ງກອງປະຊຸມພະນັກງານ, ລັດຖະກອນ, ພາລະກອນ ແລະ ຄົນງານໃນປີ 2018.


C:\Users\Truong Xuan\Desktop\h.jpg

      ກອງປະຊຸມໄດ້ຮັບຟັງບົດລາຍງານທົບທວນຄືນກ່ຽວກັບການປະຕິບັດບັນດາມະຕິ, ນະໂຍບາຍຂອງພັກ, ກົດໝາຍຂອງລັດທີ່ກ່ຽວຂ້ອງກັບພາລະບົດບາດ, ໜ້າທີ່ຂອງໂຮງຮຽນ; ລາຍງານຜົນຂອງການປະຕິບັດມະຕິຂອງກອງປະຊຸມພະນັກງານ, ລັດຖະກອນ, ພາລະກອນ; ກົດລະບຽບປະຊາທິປະໄຕພື້ນຖານໃນປີ 2018 ແລະ ທິດທາງ, ໜ້າທີ່ໃນປີ 2019; ລາຍງານທົບທວນຄືນຄວາມຮັບຜິດຊອບຂອງຫົວໜ້າໜ່ວຍງານໃນການຈັດຕັ້ງປະຕິບັດແຜນການປີ 2018; ລາຍງານຜົນການຈັດການ, ການນໍາໃຊ້ງົບປະມານໃນບັນດາເຄື່ອນໄຫວຕ່າງໆໃນປີ 2018; ລາຍງານກ່ຽວກັບການຄຸ້ມຄອງ, ການຈັດຊື້ຊັບສິນ ແລະ ອຸປະກອນໃນປີ 2018; ລາຍງານກ່ຽວກັບການງານການຈັດຕັ້ງພະນັກງານໃນປີ 2018; ລາຍງານຜົນທີ່ໄດ້ຮັບຂອງຄະນະກວດກາປະຊາຊົນໃນປີ 2018, ທິດທາງ, ໜ້າທີ່ໃນປີ 2019; ລາຍງານກ່ຽວກັບການງານການແຂ່ງຂັນ, ການຍ້ອງຍໍສັນລະເສີນໃນປີ 2018 ແລະ ທິດທາງ, ໜ້າທີ່ໃນປີ 2019.
      ເສີມຂະຫຍາຍປະຊາທິປະໄຕ, ພະນັກງານ, ລັດຖະກອນ, ຄົນງານທັງໝົດໄດ້ປຶກສາຫາລືຢ່າງຕັ້ງໜ້າ, ປະກອບຄໍາເຫັນ, ສະເໜີວິທີການແກ້ໄຂຕ່າງໆເພື່ອແກ້ໄຂຄວາມຫຍຸ້ງຍາກຂອງໂຮງຮຽນ, ເຊິ່ງສຸມໃສ່ບັນດາບັນຫາທີ່ສໍາຄັນເຊັ່ນ: ການຍົກລະດັບໂຮງຮຽນກົດໝາຍຊັ້ນກາງດົງເຫີຍເປັນໂຮງຮຽນວິທະຍາໄລ; ປັບປຸງຄຸນນະພາບກໍ່ສ້າງ ແລະ ຄຸນນະພາບດ້ານວິຊາສະເພາະຂອງພະນັກງານ ແລະ ຄູ-ອາຈານ; ປັບປຸງຊີວິດທາງວັດຖຸ ແລະ ທາງຈິດໃຈໃຫ້ແກ່ພະນັກງານ, ລັດຖະກອນ ແລະ ຄົນງານຂອງໂຮງຮຽນເພື່ອເຮັດໃຫ້ໂຮງຮຽນພັດທະນາທີ່ມີຄວາມຍືນຍົງຫຼາຍຂື້ນ.

     ອີງຕາມການສະເໜີຂອງບັນດາໜ່ວຍງານ, ບຸກຄົນ, ຄະນະປະທານໄດ້ຮັບຟັງຢ່າງຈິງຈັງ, ຮັບເອົາ, ຕອບຄໍາຖາມຢ່າງລະອຽດ, ເປີດເຜີຍໃນກອງປະຊຸມ ແລະ ເອົາເປັນມະຕິເພື່ອໃຫ້ບັນດາໜ່ວຍງານ, ອົງການຈັດຕັ້ງ, ບຸກຄົນທີ່ຈະປະຕິບັດ.

C:\Users\Truong Xuan\Desktop\image2.jpg
          ປິດກອງປະຊຸມ, ຕາງໜ້າໃຫ້ຄະນະປະທານ, ສະຫາຍ ຫວໍ໊ ຄັກ ຮວານ - ຮອງເລຂາທິການໜ່ວຍພັກ, ຮັກສາການ ອໍານວຍການໂຮງຮຽນ ອີກເທື່ອໜຶ່ງໄດ້ສົ່ງຄໍາອວຍພອນເຖິງບັນດາຜົນທີ່ອັນດີງາມທີ່ໄດ້ຮັບຂອງໂຮງຮຽນໃນປີ 2018, ພ້ອມກັນນີ້ ສະຫາຍມີຄໍາສະເໜີໃຫ້ພະນັກງານ, ລັດຖະກອນ ແລະຄົນງານຂອງໂຮງຮຽນທັງໝົດສືບຕໍ່ເສີມຂະຫຍາຍຄວາມເຂັ້ມແຂງພາຍໃນ, ຄວາມສາມັກຄີ, ສູ້ຊົນແກ້ໄຂບັນດາບັນຫາທີ່ມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍເພື່ອສໍາເລັດໜ້າທີ່ດ້ານການເມືອງໄປດ້ວຍດີໃນປີ 2019 ແລະ ປີຕໍ່ໄປນີ້./.

ເຈົ້າຂອງກະທູ້: Doan Huyen

ຂ່າວຫຼ້າສຸດ

ຂ່າວເກົ່າ

 

ກິດຈະກໍາວິດີໂອ

ໂຮງຮຽນກົດຫມາຍໃນ Dong Hoi, Quang Binh

ຕິດຕໍ່ ເຊື່ອມໂຍງເວັບໄຊ

ສະຖິຕິ

  • ຜົນການຊອກຫາຜູ້ຊົມໃຊ້: 0
  • ໃນມື້ນີ້: 27
  • ເດືອນປັດຈຸບັນ: 1694
  • hits ທັງຫມົດ: 437227

ພາບກິດຈະກໍາ

  • 1
  • 1
  • 1
  • 1
  • 1