ປະເພດ

ຕິດຕໍ່

ໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍ
ທີ່ຕັ້ງ: ໜ່ວຍ 6, ຕາແສງ ບັກລີ໋, ນະຄອນ ດົ່ງເຮິຍ, ແຂວງ ກວາງບິ່ງ
 ໂທລະສັບ: +842326 258 016
Email: trungcapluat@gmail.com

ພະນັກງານປະຈຳການ
ທ່ານ ຫງວຽນ ເຈືອງ ແອງ ຕູ໋

ໂທລະສັບ: +842326 252 007
ມືຖື: +84971 990 882
  Email: anhtu.vientiane@gmail.com

Trang nhất » ຂ່າວ » ບົດລາຍງານກິດຈະກໍາ

ໂຮງຮຽນກົດໝາຍຊັ້ນກາງດົ່ງເຮືຍອວຍພອນວັນສ້າງຕັ້ງທະຫານປ້ອງກັນຊາຍແດນແລະວັນປ້ອງກັນຊາຍແດນ ທົ່ວປວງຊົນ

ສີ່ - 13/03/2019 15:17

ໃນໂອກາດຄົບຮອບ 60 ປີວັນສ້າງຕັ້ງກຳລັງການທະຫານປ້ອງກັນຊາຍແດນຫວຽດນາມ (03/3/1959 - 03/3/2019) ແລະ ຄົບຮອບ 30 ປີ ວັນປ້ອງກັນ ຊາຍແດນທົ່ວປວງຊົນ (03/3/1989 - 03/3/2019), ຕອນເຊົ້າວັນທີ 02/3/2019 ຮັບຄຳເຊີນຂອງຄະນະບັນຊາຄ້າຍທະຫານປ້ອງກັນ ຊາຍແດນ ກົ່ນ ຣ່ວາງ, ຕ່າງໜ້າຄະນະບໍລິຫານງານ ຄະນະຊາວໜຸ່ມໂຮງຮຽນກົດໝາຍຊັ້ນກາງດົ່ງເຮືຍໄດ້ເຂົ້າຮ່ວມພິທີສະ ເຫຼີມສະຫຼອງຄົບຮອບ 60 ປີວັນສ້າງຕັ້ງທະຫານປ້ອງກັນຊາຍແດນແລະ ຄົບຮອບ 30 ປີ ວັນປ້ອງກັນ ຊາຍແດນທົ່ວປວງຊົນໂດຍຄ້າຍຈັດຕັ້ງ.

ພິທີສະເຫຼີມສະຫຼອງໄດ້ຕັດຕັ້ງສະຫງ່າຜ່າເເຜີ່ຍ, ມີຄວາມໝາຍ, ພ້ອມການເຂົ້າຮ່ວມຂອງບັນດາ ພະນັກງານ ແລະທະຫານຄ້າຍທະຫານປ້ອງກັນ ຊາຍແດນ ກົ່ນ ຣ່ວາງ, ນຳພາທ້ອງຖິ່ນແລະບັນດາໜ່ວຍງານແຮກສ່ຽວ ໃນຂອບເຂດແຂວງ.

 

1

ສະຫາຍ ຫງວຽນ ຮີວ ຈູງ - ຫົວໜ້າ ຄ້າຍທະຫານປ້ອງກັນ ຊາຍແດນ ກົ່ນ ຣ່ວາງ


ທີ່ພິທີ, ຄະນະຊາວໜຸ່ມໂຮງຮຽນກົດໝາຍຊັ້ນກາງດົ່ງເຮືຍໄດ້ ເຂົ້າຮ່ວມສະແດງຫຼາຍລາຍການວັບນະສິນ ພົບປະແລກປ່ຽນພ້ອມບັນດາພະນັກງານ ແລະທະຫານຄ້າຍທະຫານປ້ອງກັນ ຊາຍແດນ ກົ່ນ ຣ່ວາງ, ພ້ອມກັນ ທົດທວນຄືນມູນເຊື້ອສະຫງ່າອົງອາດຂອງກຳລັງການທະຫານປ້ອງກັນຊາຍແດນຫວຽດນາມໃນວຽກງານ, ສູ້ຮົບປົກປັກຮັກສາຊາຍແດນ, ເກາະທະເລຂອງປະເທດຊາດ, ພ້ອມກັນເບິ່ງຄືນຜົນງານເຊິ່ງບັນດາພະນັກງານ ແລະທະຫານຄ້າຍທະຫານປ້ອງກັນ ຊາຍແດນ ກົ່ນ ຣ່ວາງ ຮັບໄດ້ໃນເວລາມີ່ຜ່ານມາ.

1

ທົດທວນຄືນມູນເຊື້ອທະຫານປ້ອງກັນຊາຍແດນ

 

ໃນໂອກາດນີ,ນຳພາໂຮງຮຽນກົດໝາຍຊັ້ນກາງດົ່ງເຮືຍໄດ້ມີຂອງຂວັນໃຫ້ບັນດາພະນັກງານ ແລະທະຫານ ຄ້າຍທະຫານປ້ອງກັນຊາຍແດນ ກົ່ນ ຣ່ວາງ, ປ່ຽນໃຫ້ຄຳອວຍພອນອັນດີງາມທີ່ສຸດຝາກມາບັນດາພະນັກງານ ແລະທະຫານໃນໂອກາດສະເຫຼີມສະຫຼອງວັນທະຫານປ້ອງກັນຊາຍແດນ.

1

ໂຮງຮຽນກົດໝາຍຊັ້ນກາງດົ່ງເຮືຍໃຫ້ດອກໄມ້ແລະຂອງຂວັນອວຍພອນ

 

 ເຄື່ອນໄຫວເຂົ້າຮ່ວມພິທີວັນທະຫານປ້ອງກັນຊາຍແດນ.ແລະ ວັນປ້ອງກັນ ຊາຍແດນທົ່ວປວງຊົນໂດຍຄ້າຍ ຈັດຕັ້ງແມ່ນເຄື່ອນໄຫວປະຈຳປີ, ມີຄວາມໝາຍສຳຄັນທີ່ສຸດປະກອບສ່ວນເພີ່ມທະວີການພົບປະແລກປ່ຽນ, ສະມັກຄີລະຫວ່າງໂຮງຮຽນກົດໝາຍຊັ້ນກາງດົ່ງເຮືຍແລະໜ່ວຍງານແຮກສ່ຽວຄ້າຍທະຫານປ້ອງກັນຊາຍແດນ ກົ່ນ ຣ່ວາງ. ຜ່ານເຄື່ອນໄຫວນີ້, ຊ່ວຍພະນັກງານ, ຄູອາຈານແມ່ນຊາວໜຸ່ມຂອງໂຮງຮຽນເຂົ້າໃຈ ແລະ ແບ່ງປັນກັບບັນດາຄວາມຫຍຸ້ງຍາກ, ທົດສອບໃນການປະຕິບັດໜ້າທີ່ການເມືອງກໍຄືເງື່ອນໄຂການດຳລົງຊີວິດ ຂອງພະນັກງານ ແລະທະຫານຄ້າຍທະຫານປ້ອງກັນ ຊາຍແດນ ກົ່ນ ຣ່ວາງ.

 
ເຈົ້າຂອງກະທູ້: Nguyen Huong

ຂ່າວຫຼ້າສຸດ

ຂ່າວເກົ່າ

 

ກິດຈະກໍາວິດີໂອ

ໂຮງຮຽນກົດຫມາຍໃນ Dong Hoi, Quang Binh

ຕິດຕໍ່ ເຊື່ອມໂຍງເວັບໄຊ

ສະຖິຕິ

  • ຜົນການຊອກຫາຜູ້ຊົມໃຊ້: 0
  • ໃນມື້ນີ້: 188
  • ເດືອນປັດຈຸບັນ: 2367
  • hits ທັງຫມົດ: 437900

ພາບກິດຈະກໍາ

  • 1
  • 1
  • 1
  • 1
  • 1