ປະເພດ

ຕິດຕໍ່

ໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍ
ທີ່ຕັ້ງ: ໜ່ວຍ 6, ຕາແສງ ບັກລີ໋, ນະຄອນ ດົ່ງເຮິຍ, ແຂວງ ກວາງບິ່ງ
 ໂທລະສັບ: +842326 258 016
Email: trungcapluat@gmail.com

ພະນັກງານປະຈຳການ
ທ່ານ ຫງວຽນ ເຈືອງ ແອງ ຕູ໋

ໂທລະສັບ: +842326 252 007
ມືຖື: +84971 990 882
  Email: anhtu.vientiane@gmail.com

Trang nhất » ຂ່າວ » ບົດລາຍງານກິດຈະກໍາ

ສະເຫຼີມສະຫຼອງວັນຊາດແຫ່ງ ສ.ປ.ປ ລາວ ຄົບຮອບ 43 ປີ (02/12/1975 - 02/12/2018)

ສີ່ - 16/01/2019 15:07

ວັນທີ 30/11/2018,​ ຄະນະເຮັດວຽກຂອງໂຮງຮຽນກົດໝາຍຊັ້ນກາງດົງເຫີຍນໍາໂດຍ ທ່ານ ຫວໍ໊ ຄັກ ຮວານ -​​ ຮັກສາການ ອໍານວຍການໂຮງຮຽນກົດໝາຍຊັ້ນກາງດົງເຫີຍ ເປັນຫົວໜ້າຄະນະໄດ້ມາຢ້ຽມຢາມກົງສູນໃຫຍ່ແຫ່ງ ສ.ປ.ປ ລາວ ປະຈຳທີ່ນະຄອນດານັ໊ງ ເພື່ອສະເຫຼີມສະຫຼອງວັນຊາດແຫ່ງ ສ.ປ.ປ ລາວ ຄົບຮອບ 43 ປີ (02/12/1975 - 02/12/2018).

ທີ່ພິທີ, ທ່ານ ຫວໍ໊ ຄັກ ຮວານ - ຮັກສາການ ອໍານວຍການໂຮງຮຽນໄດ້ສົ່ງຄຳອວຍພອນ ທີ່ດີງາມທີ່ສຸດມາຍັງ ພັກ - ລັດ ແລະ ປະຊາຊົນລາວກ່ຽວກັບຜົນງານອັນໃຫຍ່ຫຼວງໃນ ພາລະກິດສ້າງສາ ແລະ ພັດທະນາປະເທດຊາດໃນ 43 ປີ ທີ່ຜ່ານມາ.

C:\Users\Truong Xuan\Desktop\3_1_1.png

ທ່ານ ຫວໍ໊ ຄັກ ຮວານ ອວຍພອນ ທ່ານ ວຽງໄຊ  ພົມມະຈັນ


ໃນໂອກາດດັ່ງກ່າວ, ທາງໂຮງຮຽນໄດ້ສົ່ງຄຳອວຍພອນ ມາຍັງ ທ່ານ ວຽງໄຊ ພົມມະຈັນ ຫາກໍໄດ້ຮັບການແຕ່ງຕັ້ງເປັນຫົວໜ້າກົງສູນໃຫຍ່ຂອງກົງສູນໃຫຍ່ແຫ່ງ ສ.ປ.ປ ລາວ ປະຈຳທີ່ນະຄອນດານັ໊ງ. ພ້ອມກັນນັ້ນ, ໂດຍຜ່ານ ກົງສູນໃຫຍ່ແຫ່ງ ສ.ປ.ປ ລາວ ປະຈຳທີ່ນະຄອນດານັ໊ງ, ຄະນະເຮັດວຽກໄດ້ມອບສົ່ງຂອງຂວັນຈາກການບໍລິຈາກຂອງ ພະນັກງານທັງໝົດທີ່ໃນໂຮງຮຽນກົດໝາຍຊັ້ນກາງດົງເຫີຍໃຫ້ປະຊາຊົນລາວທີ່ຖືກເສຍຫາຍ ຢ່າງຮ້າຍແຮງເນື່ອງຈາກໄພນໍ້າຖ້ວມ ແລະ ເຂື່ອນແຕກ ທີ່ແມ່ນໍ້າເຊປຽນ - ແມ່ນໍ້ານ້ອຍ ຢູ່ທາງພາກໃຕ້ຂອງລາວຈໍານວນ 10 ລ້ານດົງ ແລະ ເສື້ອເຊີດ 50 ຜືນ.

C:\Users\Truong Xuan\Desktop\2_1_1.png

ຄະນະເຮັດວຽກຂອງໂຮງຮຽນກົດໝາຍຊັ້ນກາງດົງເຫີຍມອບສົ່ງຂອງຂວັນອຸດໜູນຊ່ວຍເຫຼືອ

ໃຫ້ປະຊາຊົນລາວທີ່ຖືກເສຍຫາຍຢ່າງຮ້າຍແຮງເນື່ອງຈາກໄພນໍ້າຖ້ວມ
ແລະ ເຂື່ອນແຕກທີ່ແມ່ນໍ້າເຊປຽນ - ແມ່ນໍ້ານ້ອຍ ຢູ່ທາງພາກໃຕ້ຂອງລາວ


ຕາງໜ້າໃຫ້ກົງສູນໃຫຍ່ແຫ່ງ ສ.ປ.ປ ລາວ ປະຈຳທີ່ນະຄອນດານັ໊ງ, ທ່ານ ວຽງໄຊ ພົມມະຈັນ ໄດ້ສະແດງຄວາມສະເທືອນໃຈ ແລະ ຄວາມຂອບອົກຂອບໃຈຢ່າງເລິກເຊິ່ງ ເຖິງ ພະນັກງານ,​ ຄູ-ອາຈານທັງໝົດ ທີ່ໄດ້ສົ່ງຄຳອວຍພອນ ເນື່ອງໃນໂອກາດວັນຊາດ ຂອງປະຊາຊົນລາວ, ທ່ານ ວຽງໄຊ ພົມມະຈັນຍັງສະແດງຄວາມຂອບໃຈຢ່າງເລິກເຊິ່ງ ຕໍ່ກັບໂຮງຮຽນໃນການອຸດໜູນຊ່ວຍເຫຼືອປະຊາຊົນຂອງແຂວງອັດຕະປືທີ່ຖືກໄພພິບັດ ນໍ້າຖ້ວມຈາກເຂື່ອນແຕກ. ພ້ອມກັນນັ້ນ, ທ່ານ ວຽງໄຊ ພົມມະຈັນໄດ້ຕີລາຄາສູງກ່ຽວກັບ ຜົນງານທີ່ດີງາມໃນການສຶກສາ, ການສິດສອນຂອງໂຮງຮຽນໃນເວລາທີ່ຜ່ານມາ ແລະ ໄດ້ມີການສະເໜີໃຫ້ໂຮງຮຽນສືບຕໍ່ປັບປຸງຄຸນນະພາບກໍຄືອຳນວຍຄວາມສະດວກຢ່າງ ຮອບດ້ານໃຫ້ແກ່ນັກຮຽນລາວທີ່ກຳລັງຮໍ່າຮຽນຢູ່ໃນໂຮງຮຽນ ແລະ ກົງສູນໃຫຍ່ແຫ່ງ ສ.ປ.ປ ລາວ ປະຈຳທີ່ນະຄອນດານັ໊ງ ກໍມີຄໍາຢືນຢັນວ່າ: ຈະໃຫ້ມີຄວາມສົນໃຈຢ່າງຕໍ່ເນື່ອງ ແລະ ການຮ່ວມມືຢ່າງແໜ້ນແຟ້ນເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມ ສາມັກຄີແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງສອງຊາດ ລາວ - ຫວຽດນາມ.

 

ເຈົ້າຂອງກະທູ້: Ngoc Cam

ຂ່າວຫຼ້າສຸດ

ຂ່າວເກົ່າ

 

ກິດຈະກໍາວິດີໂອ

ໂຮງຮຽນກົດຫມາຍໃນ Dong Hoi, Quang Binh

ຕິດຕໍ່ ເຊື່ອມໂຍງເວັບໄຊ

ສະຖິຕິ

  • ຜົນການຊອກຫາຜູ້ຊົມໃຊ້: 0
  • ໃນມື້ນີ້: 1
  • ເດືອນປັດຈຸບັນ: 2180
  • hits ທັງຫມົດ: 437713

ພາບກິດຈະກໍາ

  • 1
  • 1
  • 1
  • 1
  • 1