ປະເພດ

ຕິດຕໍ່

ໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍ
ທີ່ຕັ້ງ: ໜ່ວຍ 6, ຕາແສງ ບັກລີ໋, ນະຄອນ ດົ່ງເຮິຍ, ແຂວງ ກວາງບິ່ງ
 ໂທລະສັບ: +842326 258 016
Email: trungcapluat@gmail.com

ພະນັກງານປະຈຳການ
ທ່ານ ຫງວຽນ ເຈືອງ ແອງ ຕູ໋

ໂທລະສັບ: +842326 252 007
ມືຖື: +84971 990 882
  Email: anhtu.vientiane@gmail.com

Trang nhất » ຂ່າວ » ບົດລາຍງານກິດຈະກໍາ

ຈັດຕັ້ງການໂຄສະນາເຜີຍແຜ່, ໃຫ້ຄຳປຶກສາດ້ານກົດໝາຍທີ່ສູນບຳບັດຜູ້ຕິດຢາເສບຕິດແຂວງກວາງບິ່ງເພື່ອຕອບສະ ໜອງວັນກົດໝາຍຫວຽດນາມ 2020

ສີ່ - 18/11/2020 10:58

ປະຕິບັດແຜນການຈັດຕັ້ງປະຕິບັດວຽກງານໂຄສະນາເຜີຍແຜ່, ໃຫ້ຄຳປຶກສາດ້ານກົດໝາຍເພື່ອຕອບສະໜອງ ວັນກົດໝາຍຫວຽດນາມ 2020, ຕອນບ່າຍວັນທີ 5 ພະຈິກ 2020, ສູນໃຫ້ຄຳປຶກສາດ້ານກົດໝາຍແລະ ຝຶກອົບຮົມໄລຍະສັ້ນວິທະຍາໄລກົດໝາຍພາກກາງໄດ້ປະສານສົມທົບກັບການນຳສູນບຳບັດຜູ້ຕິດຢາເສບຕິດແຂວງກວາງບິ່ງຈັດຕັ້ງການໂຄສະນາເຜີຍແຜ່, ໃຫ້ຄຳປຶກສາດ້ານກົດໝາຍໃຫ້ພະນັກງານ, ລັດຖະກອນທຸກຄົນທີ່ເຮັດວຽກຢູ່ສະຖານທີ່ດັ່ງກ່າວ.

ເຂົ້າຮ່ວມການເຄື່ອນໄຫວມີທ່ານ Tran Dinh Quy, ອຳນວຍການສູນບຳບັດຜູ້ຕິດຢາເສບຕິດແຂວງກວາງບິ່ງ, ທ່ານນາງ Quach Thi Huong Giang, ຮັກສາການສູນ, ທ່ານ Le Van Duc - ຫົວໜ້າຄະນະສຶກສາພື້ນຖານແລະ ທ່ານ Nguyen Van Thieu - ຕຳຫຼວດພະແນກສືບສວນຢາເສບຕິດ ປກສ ເມືອງ Dong Hoi ແລະ ພະນັກງານໝົດທຸກຄົນຂອງສູນບຳບັດຜູ້ຕິດຢາເສບຕິດ.


ອາຈານ Le Van Duc ເຜີຍແຜ່ເນື້ອໃນຂອງກົດ ໝາຍ ວ່າດ້ວຍການບຳບັດຜູ້ຕິດຢາເສບຕິດ.

ສະຫາຍ Nguyen Van Thieu ເຜີຍແຜ່ເນື້ອໃນຂອງທັກສະບາງຢ່າງໃນຂະບວນການຄຸ້ມຄອງຜູ້ຕິດຢາ.
ພາຍຫຼັງເຜີຍແຜ່ບັນດາຂໍ້ກຳນົດຂອງກົດໝາຍ, ບັນດາທີ່ປຶກສາໄດ້ຮັບຟັງຄຳຖາມໂດຍກົງແລະ ຕອບບັນຫາທີ່ກ່ຽວຂ້ອງ, ຜ່ານນັ້ນຊ່ວຍໃຫ້ທຸກຄົນມີຄວາມເຂົ້າໃຈແລະ ປະຕິບັດໜ້າທີ່ຂອງຕົນໃຫ້ດີຂື້ນ.

ທ່ານ Tran Dinh Quy ໃຫ້ຄຳເຫັນສິ້ນສຸດລາຍການ.
ສິ້ນສຸດລາຍການ, ທ່ານ Tran Dinh Quy, ອຳນວຍການສູນບຳບັດຜູ້ຕິດຢາເສບຕິດແຂວງກວາງບິ່ງໄດ້ສະແດງຄວາມຂອບໃຈມາຍັງສູນແລະ ປາດຖະໜາວ່າທາງສູນໄດ້ຈັດຕັ້ງບັນດາໂຄງການທີ່ມີປະໂຫຍດແລະ ແທດເໝາະກັບສະພາບຕົວຈິງຕື່ມອີກໃຫ້ ສູນບຳບັດຜູ້ຕິດຢາເສບຕິດແຂວງກວາງບິ່ງເວົ້າສະເພາະແລະ ບັນດາອົງການຢູ່ແຂວງກວາງບິ່ງເວົ້າລວມໃນໄລຍະຈະມາເຖິງນິ້./.


ເຈົ້າຂອງກະທູ້: Anh Tú

ຂ່າວຫຼ້າສຸດ

ຂ່າວເກົ່າ

 

ກິດຈະກໍາວິດີໂອ

ໂຮງຮຽນກົດຫມາຍໃນ Dong Hoi, Quang Binh

ຕິດຕໍ່ ເຊື່ອມໂຍງເວັບໄຊ

ສະຖິຕິ

  • ຜົນການຊອກຫາຜູ້ຊົມໃຊ້: 0
  • ໃນມື້ນີ້: 480
  • ເດືອນປັດຈຸບັນ: 2192
  • hits ທັງຫມົດ: 455814

ພາບກິດຈະກໍາ

  • 1
  • 1
  • 1
  • 1
  • 1