ປະເພດ

ຕິດຕໍ່

ໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍ
ທີ່ຕັ້ງ: ໜ່ວຍ 6, ຕາແສງ ບັກລີ໋, ນະຄອນ ດົ່ງເຮິຍ, ແຂວງ ກວາງບິ່ງ
 ໂທລະສັບ: +842326 258 016
Email: trungcapluat@gmail.com

ພະນັກງານປະຈຳການ
ທ່ານ ຫງວຽນ ເຈືອງ ແອງ ຕູ໋

ໂທລະສັບ: +842326 252 007
ມືຖື: +84971 990 882
  Email: anhtu.vientiane@gmail.com

Trang nhất » ຂ່າວ » ບົດລາຍງານກິດຈະກໍາ

ໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍຈັດກອງປະຊຸມວຽກງານການຄັດເລືອກນັກຮຽນສົກຮຽນ 2020 - 2021

ສີ່ - 26/02/2020 09:46

ຕອນບ່າຍວັນທີ 24 ກຸມພາ 2020, ໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍໄດ້ຈັດກອງປະຊຸມສະຫຼຸບວຽກງານການຄັດເລືອກນັກຮຽນສົກຮຽນ 2019 - 2020, ທິດທາງ, ໜ້າວຽກ ແລະວິທີແກ້ໄຂ ສຳລັບສົກຮຽນ 2020 - 2021. ພາຍໃຕ້ການເປັນປະທານຂອງທ່ານ ປທ. ຫວໍຄັກຮວານ - ເລຂາຄະນະພັກ, ອຳຳນວຍການໂຮງຮຽນພ້ອມດ້ວຍການມີໜ້າເຂົ້າຮ່ວມຂອງພະນັກງານລັດຖະກອນ, ຜູ້ອອກແຮງງານໝົດທຸກຄົນຂອງໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍ.

ທີ່ກອງປະຊຸມ, ທ່ານນາງ ຫງວຽນທີ້ທື - ຮອງຫົວໜ້າຫ້ອງການສຶກສາ ແລະກິດຈະການນັກຮຽນ, ຜູ້ຮັບຜິດຊອບວຽກງານຄັດເລືອກນັກຮຽນໄດ້ນຳສະເໜີບົດບັດລາຍງານສະຫຼຸບວຽກງານການຄັດເລືອກນັກຮຽນສົກຮຽນ 2019 - 2020, ທິດທາງ, ໜ້າວຽກ ແລະວິທີແກ້ໄຂ ສຳລັບສົກຮຽນ 2020 - 2021. ຕາມບົດລາຍງານ, ວຽກງານຄັດເລືອກນັກຮຽນຖືວ່າເປັນວຽກທີ່ສຳຄັນສະເໝີໄປ, ສົ່ງຜົນກະທົບໂດຍກົງຕໍ່ຄວາມເປັນໝັ້ນຄົງ ແລະການຂະຫຍາຍຕົວໂດຍລວມຂອງທາງໂຮງຮຽນ. ບົດລາຍງານໄດ້ຊີ້ແຈ້ງໃຫ້ເຫັນຈຸດດີ ແລະຈຸດອ່ອນໃນວຽກງານຄັດເລືອກນັກຮຽນສົກຮຽນ 2019 - 2020 ແລະສະເໜີບາງວິທີແກ້ໄຂເພື່ອຍົກສູງປະສິດທິຜົນຂອງວຽກງານຄັດເລືອກນັກຮຽນສົກຮຽນ 2020 - 2021.

ພາຍໃຕ້ການຊີ້ນຳຂອງທ່ານ ປທ. ຫວໍຄັກຮວານ, ບັນດາພະນັກງານ, ລັດຖະກອນ ແລະຜູ້ອອກແຮງງານຂອງທາງໂຮງຮຽນໄດ້ມີການສົນທະນາ, ວິເຄາະ ແລະປະເມີນຜົນຈຸດດີ ແລະຈຸດອ່ອນໃນວຽກງານຄັດເລືອກນັກຮຽນສົກຮຽນ 2019 - 2020 ຈາກນັ້ນນຳສະເໜີວິທີແກ້ໄຂເພື່ອຍົກສູງປະສິດທິຜົນຂອງວຽກງານຄັດເລືອກນັກຮຽນສົກຮຽນ 2020 - 2021 ໃຫ້ດີກ່ວາເກົ່າ.
ກອງປະຊຸມໄດ້ສິ້ນສຸດລົງດ້ວຍຄຳເຫັນ ແລະຂໍ້ສະເໜີຫຼາຍຢ່າງທີ່ກະຕືລືລົ້ນ ໄດ້ຮັບການຮັບຮ້ອງແລະຕິລາຄາສູງຈາກການນຳຂອງທາງໂຮງຮຽນ ແລະການເຫັນດຮຈາກກອງປະຊຸມ. ຕາງໜ້າການນຳຂອງທາງໂຮງຮຽນ, ທ່ານ ປທ. ຫວໍຄັກຮວານໄດ້ກ່າວຄຳປາໄສປິດກອງປະຊຸມ ແລະເນັ້ນໜັກວ່າ: ວຽກງານຄັດເລືອກນັກຮຽນແມ່ນໜ້າທີ່ອັນເປັນສຳຄັນທາງໂຮງຮຽນໃນໄລຍະຈະມາເຖິງນີ້, ເພື່ອກະກຽມໃຫ້ແກ່ການວາງແຜນ ແລະການຈັດຕັ້ງປະຕິບັດວຽກງານຄັດເລືອກນັກຮຽນໃນສົກຮຽນ 2020 - 2021, ຫ້ອງການສຶກສາ ແລະກິດຈະການນັກຮຽນຕ້ອງກວດກາຄືນຍຸດທະສາດ, ວາງວິທີການ, ແຜນການວຽກງານຄັດເລືອກນັກຮຽນໃຫ້ເໝາະສົມ; ນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນວຽກງານຄັດເລືອກນັກຮຽນ; ຍົກສູງຄຸນນະພາບການສຶກສາ; ປັບປຸງ ແລະກວດກາບັນດາຫຼັກສຸດທີ່ຕິດໃຫ້ພັນກັບຄວາມຕ້ອງການຕົວຈິງຂອງສັງຄົມ; ... ບຸກຄົນ. ຫົວໜ່ວຍ ທີ່ຂື້ນກັບໂຮງຮຽນຕ້ອງມີການປະສານງານກັນຢ່າງໃກ້ຊິດກວ່າເກົ່າເພື່ອຍົກສູງຄຸນນະພາບ ແລະປະສິດທິຜົນຂອງວຽກງານຄັດເລືອກນັກຮຽນໃນສົກຮຽນ 2020 - 2021, ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດເປົ້າໝາຍ ລວມຂອງໂຮງຮຽນໃຫ້ປະສົບຜົນສຳເລັດ.

ເຈົ້າຂອງກະທູ້: Anh Tú

ຂ່າວຫຼ້າສຸດ

ຂ່າວເກົ່າ

 

ກິດຈະກໍາວິດີໂອ

ໂຮງຮຽນກົດຫມາຍໃນ Dong Hoi, Quang Binh

ຕິດຕໍ່ ເຊື່ອມໂຍງເວັບໄຊ

ສະຖິຕິ

  • ຜົນການຊອກຫາຜູ້ຊົມໃຊ້: 0
  • ໃນມື້ນີ້: 547
  • ເດືອນປັດຈຸບັນ: 2259
  • hits ທັງຫມົດ: 455881

ພາບກິດຈະກໍາ

  • 1
  • 1
  • 1
  • 1
  • 1