ປະເພດ

ຕິດຕໍ່

ໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍ
ທີ່ຕັ້ງ: ໜ່ວຍ 6, ຕາແສງ ບັກລີ໋, ນະຄອນ ດົ່ງເຮິຍ, ແຂວງ ກວາງບິ່ງ
 ໂທລະສັບ: +842326 258 016
Email: trungcapluat@gmail.com

ພະນັກງານປະຈຳການ
ທ່ານ ຫງວຽນ ເຈືອງ ແອງ ຕູ໋

ໂທລະສັບ: +842326 252 007
ມືຖື: +84971 990 882
  Email: anhtu.vientiane@gmail.com

Trang nhất » ຂ່າວ » ບົດລາຍງານກິດຈະກໍາ

ກອງປະຊູມໃຫຍ່ໜ່ວຍພັກສຶກສາ ແລະ ວຽກງານນັກຮຽນ, ຄະນະພັກໂຮງຮຽນກົດໝາຍຊັ້ນກາງ ດົ່ງ ເຮີຍ

ຄັ້ງທີສອງ - 20/04/2020 10:22

ປະຕິບັດແຜນການສະບັບເລກທີ 01-KH/ĐU ລົງວັນທີ 25 ກຸມພາ 2020 ຂອງ ຄະນະພັກໂຮງຮຽນກົດໝາຍຊັ້ນກາງ ດົ່ງ ເຮີຍ ກ່ຽວກັບກອງປະຊູມໃຫຍ່ບັນດາໜ່ວຍພັກໃນສັງກັດ ແລະ ກອງປະຊູມໃຫຍ່ຄະນະພັກໂຮງຮຽນກົດໝາຍຊັ້ນກາງ ດົ່ງ ເຮີຍ ຄັ້ງທີ I ສະໄໝ 2020-2025 ເພື່ອກະກຽມ ກອງປະຊຸມໃຫຍ່ຂອງຄະນະຜູ້ແທນຄະນະພັກກະຊວງຍຸຕິທຳຄັ້ງທີ XI ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ, ໄດ້ຮັບການເຫັນດີຈາກຄະນະພັກໂຮງຮຽນກົດ ໝາຍຊັ້ນກາງ ດົ່ງ ເຮີຍ, ໃນຕອນເຊົ້າຂອງວັນທີ 27 ມີນາ 2020, ໜ່ວຍພັກສຶກສາ ແລະ ວຽກງານນັກຮຽນໄດ້ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີI, ສະໄໝ 2020-2022 ດ້ວຍຈິດໃຈສາມັກຄີ ແລະ ປະຊາທິປະໄຕ, ພູທຄວາມຮູ້ ແລະ ຄວາມຮັບຜິດຊອບ.

ເຂົ້າຮ່ວມກອງປະຊູມໃຫຍ່ມີສະຫາຍ ຫວໍ ຄັກ ຮວານ - ເລຂາຄະນະພັກຂອງໂຮງຮຽນ, ມີບັນດາສະຫາຍໃນຄະນະບໍລິຫານງານພັກ, ບັນດາເລຂາ, ຮອງເລຂາບັນດາໜ່ວຍພັກຂຶ້ນກັບ ຄະນະພັກຂອງໂຮງຮຽນ, ຜູ້ຕາງໜ້າຄະນະບໍລິຫານງານສະຫະພັນກຳມະບານ, ຄະນະບໍລິຫານງານຊາວ ໜຸ່ມ ກອມມູນິດ ໂຮ່ ຈີ ມິງ ຂອງໂຮງຮຽນ ພ້ອມດ້ວຍທັງໝົດສະມາຊິກພັກຂອງໜ່ວຍພັກ. ໜ່ວຍພັກສຶກສາ ແລະ ວຽກງານນັກຮຽນໄດ້ສ້າງຕັ້ງ ແລະ ເຄື່ອນໄຫວແຕ່ເດືອນມິຖຸນາ 2019 ໂດຍອີງຕາມຂໍ້ຕົກລົງສະບັບເລກທີ 03 QĐ/ĐU, ລົງວັນທີ 11 ມິຖຸນາ 2019 ຂອງຄະນະພັກໂຮງຮຽນກົດໝາຍ ຊັ້ນກາງ ດົ່ງ ເຮີຍ, ຄະນະບໍລິຫານງານໜ່ວຍພັກ ໃນນັ້ນມີເລຂາ 01ສະຫາຍ, ຮອງເລຂາ 01 ສະຫາຍ. ໃນກອງປະຊຸມໃຫຍ່ຄັ້ງນີ້, ໜ່ວຍພັກມີສະມາຊິກພັກທັງໝົດ 9 ສະຫາຍ, ແມ່ນສະມາຊິກພັກຢ່າງເປັນທາງການທັງໝົດ. ໜ່ວຍພັກປະຕິບັດໜ້າທີ່ໃນການນຳພາ, ຄຸ້ມຄອງສະມາຊິກພັກຂອງໜ່ວຍພັກ ແລະ ການນຳພາບັນດາກິດຈະກຳຮອບດ້ານຂອງຫ້ອງການສຶກສາ ແລະ ວຽກງານນັກຮຽນ.
ເຖິງແມ່ນວ່າ, ໄດ້ສ້າງຕັ້ງ ແລະ ເຄື່ອນໄຫວໃໝ່, ແຕ່ໄດ້ຮັບຄວາມເອົາໃຈໃສ່ຈາກຄະນະພັກ ແລະຄະນະອຳນວຍການໂຮງຮຽນ; ຄວາມພະຍາຍາມ, ສະຕິກ່ຽວສູງຕໍ່ການຈັດຕັ້ງລະບຽບວິໄນ, ສະຕິຄວາມສາມັກຄີ, ຄວາມຮັບຜິດຊອບຂອງໜ່ວຍພັກ ແລະສະມາຊິກພັກແຕ່ລະຄົນ, ໜ່ວຍພັກ ໄດ້ເສີມຂະຫຍາຍບົດບາດນຳພາ, ຍົກສູງຈິດໃຈທີ່ເປັນແບບຢ່າງນຳໜ້າຂອງອົງການຈັດຕັ້ງພັກ, ຂອງສະມາຊິກພັກກໍ່ຄືຄວາມຮັບຜິດຊອບໃນການປະຕິບັດບັນດາໜ້າທີ່ການເມືອງຂອງຫ້ອງການ.
ກອງປະຊູມໃຫຍ່ໜ່ວຍພັກ ສຶກສາ ແລະ ວຽກງານນັກຮຽນຄັ້ງທີ I, ສະໄໝ 2020-2022 ມີຄວາມໝາຍສຳຄັນພິເສດສຳລັບ ໜ່ວຍພັກ ສຶກສາ ແລະ ວຽກງານນັກຮຽນເວົ້າສະເພາະ, ຂອງຄະນະພັກຂອງໂຮງຮຽນເວົ້າລວມໃນເວລາໂຮງຮຽນກຳລັງພັດທະນາ, ກະກຽມທີ່ຈະຍົກລະດັບ ວິທະຍາໄລກົດໝາຍ ພາກກາງ. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໜ້າທີ່ໃນໄລຍະໃໝ່, ໜ່ວຍພັກວາງອອກທິດທາງ, ໜ້າທີ່, ລະດັບຄາດໝາຍ ແລະ ບັນດາວິທີແກ້ໄຂລະອຽດ, ໃນນັ້ນສຸມໃສ່ປະຕິບັດໜ້າທີ່ການເມືອງຂອງໜ່ວຍພັກ; ການສຶກສາດ້ານການເມືອງ, ແນວຄິດ, ດ້ານຈັນຍາບັນ, ຮຽນຮູ້ເຊື່ອມຊືມບັນດາຄຳສັ່ງ, ມະຕິຂອງຄະນະພັກຂັ້ນເທິງຢ່າງລະອຽດສຳ ລັບສະມາຊິກພັກທັງໝົດ; ຍົກສູງຄຸນນະພາບການຈັດຕັ້ງພັກ, ສະມາຊິກພັກ, ການກິດຈະກຳຂອງ ໜ່ວຍພັກ...
ກອງປະຊູມໃຫຍ່ໄດ້ເຂົ້າຮ່ວມການສົນທະນາຢ່າງຕັ້ງໜ້າ, ປະກອບຄຳເຫັນ ບັນດາເອກະສານທີ່ສົ່ງມາໃນກອງປະຊຸມໃຫຍ່ ແລະ ຮັບຟັງການນຳສະເໜີ 04 ເລື່ອງກ່ຽວກັບ: ຽກງານກວດກາພັກ, ຕິດຕາມກວດກາແລະວິໄນພັກ; ພັດທະນາການຂົນຂວາຍປະຊາຊົນ ແລະການນຳ ພາຂອງບັນດາສະຫະພັນ, ເພີ່ມທະວີວຽກງານການສຶກສາດ້ານການເມືອງ, ແນວຄິດ, ດ້ານຈັນຍາບັນ, ໃນໜ່ວຍພັກ: ວຽກງານຈັດຕັ້ງບຸກຄະລາກອນ ແລະການກໍ່ສ້າງຈັດຕັ້ງພັກ. ກ່າວຄຳປາໄສທີ່ກອງປະຊູມໃຫຍ່, ສະຫາຍ ຫວໍ ຄັກ ຮວານ - ເລຂາຄະນະພັກຕິລາຄາສູງການກະກຽມ ແລະຈັດກອງປະຊຸມໃຫຍ່. ສະຫາຍກ່າວເນັ້ນວ່າ: ສະໄໝ 2020-2022 ມີຄວາມໝາຍສຳຄັນ, ເປັນຂີດໝາຍ ເຖິງການພັດທະນາໃໝ່ຂອງໂຮງຮຽນ, ຕ້ອງສຸມໃສ່ປະຕິບັດສຳເລັດໜ້າ ທີ່ການເມືອງທີ່ໄດ້ຮັບມອບໝາຍ; ເພີ່ມທະວີຄວາມສາມັກຄີ ແລະຄວາມຮັບຜິດຊອບຕໍ່ພະນັກງານ, ສະມາຊິກພັກແຕ່ລະຄົນ; ຍົກສູງຄຸນນະພາບຂອງພະນັກງານ  ຄຸນນະພາບຂອງການປະຕິບັດ ວຽກງານວິຊາສະເພາະ; ການຈັດຕັ້ງ ແລະການເຄື່ອນໄຫວຂອງໜ່ວຍພັກຕ້ອງມີຄວາມເປັນລະບຽບ, ໂດຍສະເພາະແມ່ນການຍົກສູງຄຸນນະພາບຂອງກິດຈະກຳຂອງໜ່ວຍພັກ.

ຄະນະພັກສົ່ງດອກໄມ້ຊົມເຊີຍຄະນະບໍລິຫານງານໜ່ວຍພັກສະໄໝ 2020-2022
ກອງປະຊຸມໃຫຍ່ຍັງໄດ້ປ່ອນບັດເລືອກຕັ້ງເອົາ: ຄະນະບໍລິຫານງານໜ່ວຍພັກສະໄໝ 2020-2022 ປະກອບມີ 3 ສະຫາຍ; ເລືອກຕັ້ງສະຫາຍ ຮ່ວາງ ທີ້ ແອງ ເປັນເລຂາໜ່ວຍພັກ; ເລືອກຕັ້ງສະຫາຍ ຫງວຽນ ແທງ ເຕີນ ເປັນຮອງເລຂາໜ່ວຍພັກ.
ເຈົ້າຂອງກະທູ້: Nguyen Huong

ຂ່າວຫຼ້າສຸດ

ຂ່າວເກົ່າ

 

ກິດຈະກໍາວິດີໂອ

ໂຮງຮຽນກົດຫມາຍໃນ Dong Hoi, Quang Binh

ຕິດຕໍ່ ເຊື່ອມໂຍງເວັບໄຊ

ສະຖິຕິ

  • ຜົນການຊອກຫາຜູ້ຊົມໃຊ້: 0
  • ໃນມື້ນີ້: 408
  • ເດືອນປັດຈຸບັນ: 2120
  • hits ທັງຫມົດ: 455742

ພາບກິດຈະກໍາ

  • 1
  • 1
  • 1
  • 1
  • 1