ປະເພດ

ຕິດຕໍ່

ໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍ
ທີ່ຕັ້ງ: ໜ່ວຍ 6, ຕາແສງ ບັກລີ໋, ນະຄອນ ດົ່ງເຮິຍ, ແຂວງ ກວາງບິ່ງ
 ໂທລະສັບ: +842326 258 016
Email: trungcapluat@gmail.com

ພະນັກງານປະຈຳການ
ທ່ານ ຫງວຽນ ເຈືອງ ແອງ ຕູ໋

ໂທລະສັບ: +842326 252 007
ມືຖື: +84971 990 882
  Email: anhtu.vientiane@gmail.com

Trang nhất » ຂ່າວ » ບົດລາຍງານກິດຈະກໍາ

ໜ່ວຍຄະນະຊາວໜຸ່ມຂອງພະນັກງານຄູອາຈານຢູ່ໂຮງຮຽນກົດໝາຍຊັ້ນກາງ ດົ່ງ ເຮີຍ ໄດ້ຈັດພິທີຈູດທູບທຽນບູຊາຢູ່ທີ່ສະໜາມຫຼວງ ໂຮ່ ຈີ ມິນ

ຄັ້ງທີສອງ - 22/06/2020 09:33

ຕອນແລງວັນທີ 16 ມິຖຸນາ 2020, ຢູ່ສະໜາມຫຼວງ ໂຮ່ ຈີ ມິນ (ນະຄອນ ດົ່ງ ເຮືຍ, ແຂວງ ກວາງ ບິ່ງ), ໜ່ວຍຄະນະຊາວໜຸ່ມຂອງພະນັກງານ, ຄູອາຈານໄດ້ຈັດພິທີຈູດທູບທຽນ ບູຊາເນື່ອງໃນໂອກາດສະເຫຼີມສະຫຼອງ 63 ປີ ລຸງໂຮ່ມາຢ້ຽມຢາມກວາງບິ່ງ (16/6/1957 - 16/6/ 2020).

ເຂົ້າຮ່ວມພິທີມີສະຫານ ເລ ຕຽນ ແກງ, ກຳມະການຄະນະບໍລິຫານງານຄະນະຊາວໜຸ່ມໂຮງຮຽນ, ເລຂາໜ່ວຍຄະນະຊາວໜຸ່ມຂອງພະນັກງານ, ຄູອາຈານ ແລະ ບັນດາສະຫາຍເປັນສະມາຊິກຊາວໜຸ່ມ.
ໜ່ວຍຄະນະຊາວໜຸ່ມໄດ້ຈັດພິທີຈູດທູບທຽນບູຊາທີ່ຫໍອາໄລປະທານ ໂຮ່ ຈີ ມິນ ແລະ ວິລະຊົນນັກຮົບຜູ້ເສຍສະລະຊີວິດເພື່ອຊາດຂອງແຂວງ ກວາງ ບິ່ງ.
ທວນຄືນປະຫວັດສາດ 63 ປີກ່ອນ, ໃນຂະນະທີ່ປະເທດຍັງແບ່ງແຍກ, ເພື່ອລະດົມກຳ ລັງໃຈປະຊາຊົນ ກວາງ ບິ່ງ - ຫວີງ ລີງ, ໃນວັນທີ 16 ມິຖຸນາ 1957, ລຸງ ໂຮ່ ໄດ້ມາຢ້ຽມຢາມແຂວງ ກວາງ ບິ່ງ. ເຖິງແມ່ນວ່າຈະເປັນການມາຢ້ຽມຢາມໃນໄລຍະເວລາອັນສັ້ນ, ແຕ່ທ່ານກໍ່ຍັງໄດ້ຫຼົງເຫຼືອຄວາມຮັກອັນສັກສິດ, ເລີກເຊິ່ງພ້ອມກັບຄວາມມີນຳ້ໃຈຮັກແພງອັນ ບໍ່ມີຂອບເຂດຂອງທ່ານໃຫ້ແກ່ຄະນະພັກ, ກອງທັບ ແລະ ປະຊາຊົນແຂວງ ກວາງ ບິ່ງ. ຕະຫຼອດໄລຍະ 63 ປີທີ່ຜ່ານມາ, ບັນດາຮູບພາບທີ່ຮັກແພງ, ຄວາມຮູ້ສຶກອັນເລິກເຊິ່ງພ້ອມທັງບັນດາຄຳຕັກເຕືອນ ຂອງທ່ານປະທານໄດ້ຈົດຈຳຕະຫຼອດໄປ, ນັບມື້ນັບເລິກເຊິ່ງເຂັ້ມຂົ້ນໃນຫົວໃຈ ແລະ ສະໝອງຂອງ ກອງທັບ ແລະ ປະຊາຊົນແຂວງ ກວາງ ບິ່ງ ເວົ້າລວມແລະ ຮຸ່ນຊາວໜຸ່ມເວົ້າສະເພາະ.
ບັນດາສະມາຊິກຄະນະຊາວໜຸ່ມໄດ້ໃຊ້ເວລາຫຼາຍເພື່ອຊອກຮູ້ກ່ຽວກັບວິລະຊົນນັກຮົບຜູ້ເສຍສະລະຊີວິດເພື່ອຊາດຢູ່ບັນດາທ້ອງຖິ່ນຂອງແຂວງ, ບັນດາກູ່ມຄົນທີ່ບໍ່ເສຍສະລະເລືອດເນື້ອ ແລະ ກະດູກ, ເສຍສະລະເພື່ອຍາດ ເອົາເອກະລາດ, ເສລີພາບໃຫ້ແກ່ປະເທດຊາດ ແລະ ໂຮມປະເທດຊາດເປັນ ເອກະພາບ.
ນີ້ແມ່ນກິດຈະກຳທີ່ມີຄວາມໝາຍທີ່ສຸດຂອງໜ່ວຍຄະນະຊາວໜຸ່ມ, ກິດຈະກຳນີ້ ໄດ້ປະກອບສ່ວນ ເຂົ້າໃນການສຶກສາດ້ານການເມືອງ, ແນວຄິດ, ຮີດຄອງປະເພນີ, ບຳລູງ ອຸດົມການປະຕິວັດ ແລະ ນຳ້ໃຈຮັກຊາດ, ຄວາມພາກພູມໃຈ ກ່ຽວກັບບ້ານເກີດແຂວງ ກວາງ ບິ່ງ.
ບາງຮູບພາບຂອງກິດຈະ ກຳ.



ເຈົ້າຂອງກະທູ້: Nguyen Huong

ຂ່າວຫຼ້າສຸດ

ຂ່າວເກົ່າ

 

ກິດຈະກໍາວິດີໂອ

ໂຮງຮຽນກົດຫມາຍໃນ Dong Hoi, Quang Binh

ຕິດຕໍ່ ເຊື່ອມໂຍງເວັບໄຊ

ສະຖິຕິ

  • ຜົນການຊອກຫາຜູ້ຊົມໃຊ້: 0
  • ໃນມື້ນີ້: 289
  • ເດືອນປັດຈຸບັນ: 4310
  • hits ທັງຫມົດ: 439843

ພາບກິດຈະກໍາ

  • 1
  • 1
  • 1
  • 1
  • 1