ປະເພດ

ຕິດຕໍ່

ໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍ
ທີ່ຕັ້ງ: ໜ່ວຍ 6, ຕາແສງ ບັກລີ໋, ນະຄອນ ດົ່ງເຮິຍ, ແຂວງ ກວາງບິ່ງ
 ໂທລະສັບ: +842326 258 016
Email: trungcapluat@gmail.com

ພະນັກງານປະຈຳການ
ທ່ານ ຫງວຽນ ເຈືອງ ແອງ ຕູ໋

ໂທລະສັບ: +842326 252 007
ມືຖື: +84971 990 882
  Email: anhtu.vientiane@gmail.com

Trang nhất » ຂ່າວ » ບົດລາຍງານກິດຈະກໍາ

ກອງປະຊຸມປະກອບຄຳເຫັນໃຫ້ຫຼັກສູດກໍ່ສ້າງຊັ້ນສູງວິຊາຊີບກົດໝາຍ ແລະ ວິຊາຊີບບໍລິການນິຕິກຳ

ສີ່ - 16/01/2019 15:01

ປະຕິບັດຕາມຂໍ້ຕົກລົງເລກທີ 2245/ QĐ-BTP, ລົງວັນທີ 24/8/2018 ຂອງກລັດຖະມົນຕີະຊວງຍຸຕິທຳ ກ່ຽວກັັບການປະກາດໃຊ້ແຜນການກໍ່ສ້າງໂຄງຮ່າງຫຼັກສູດ, ຫຼັກສູດວິຊາຊຊັ້ນສູງວິຊາຊີບກົດໝາຍ ແລະ ວິຊາຊີບບໍລິການນິຕິກຳ, ວັນທີ 14/11/2018 ຢູ່ທີ່ໂຮງຮຽນກົດໝາຍຊັ້ນກາງດົ່ງເຮີຍ, ກົມຈັດຕັ້ງພະນັກງານ- ກະຊວງຍຸຕິທຳ ຮ່ວມກັບໂຮງຮຽນກົດໝາຍຊັ້ນກາງດົ່ງເຮີຍໄດ້ຈັດຕັ້ງກອງປະຊຸມປະກອບຄຳເຫັນໃຫ້ຫຼັກສູດກໍ່ສ້າງຊັ້ນສູງວິຊາຊີບກົດໝາຍ ແລະ ວິຊາຊີບບໍລິການນິຕິກຳ.

http://trungcapluatdonghoi.edu.vn/uploads/news/2018_11/11.jpg


ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມາຈາກກົມຈັດຕັ້ງພະນັກງານ ມີທ່ານ ດຣ. ຫວຽນ ໂດ໊ ກຽນ - ຮອງຫົວໜ້າກົມຈັດຕັ້ງພະນັກງານ ແລະ ຄະນະເຮັດວຽກຂອງ ກົມຈັດຕັ້ງພະນັກງານ, ມາຈາກໂຮງຮຽນກົດໝາຍຊັ້ນກາງດົ່ງເຮີຍ ມີທ່ານອາຈານ ຫວໍ໊ ຄັກ ຮວານ ຮັກສາການ ອໍານວຍການໂຮງຮຽນກົດໝາຍຊັ້ນກາງດົ່ງເຫີຍ, ພ້ອມກັບບັນດາຄູ-ອາຈານໝົດທຸກຄົນ ແລະ ຫຼາຍກວ່າ 30 ຜູ້ແທນມາຈາກບັນດາອົງການຄຸ້ມຄອງລັດ, ບັນດາອົງການສຶກສາໃນແຂວງ ກວາງບິ່ງ, ບັນດາອົງການດຳເນີນອາຊີບຊ່ວຍໜູນດ້ານນິຕິກຳຂອງບັນດາແຂວງທິດເໜືອພາກກາງ.

http://trungcapluatdonghoi.edu.vn/uploads/news/2018_11/12.jpg

ຫຼັງຈາກຮັບຟັງການລາຍງານຈາກຜູ້ຕາງໜ້າໂຮງຮຽນກົດໝາຍຊັ້ນກາງ ທ໋າຍ ຫງວຽນ, ໂຮງຮຽນກົດໝາຍຊັ້ນກາງ ດົ່ງເຮີຍ ຕາງໜ້າ ຄະນະບັນນາທິການ ລາຍງານເນື້ອໃນ ແລະ ບັນລະຍາຍກ່ຽວກັບຮ່າງຫຼັກສູດຊັ້ນສູງ ວິຊາຊີບກົດໝາຍ ແລະ ວິຊາຊີບບໍລິການນິຕິກຳ, ບັນດາຜູ້ແທນເຂົ້າຮ່ວມ ລ້ວນແຕ່ມີພື້ນຖານຄວາມເປັນເອກະສັນ ແລະ ຕີລາຄາສູງຂອງເນື້ອໃນໂຄງຮ່າງຫຼັກສູດ, ກຳນົດທິດທາງພັດທະນາຂອງບັນດາໂຮງຮຽນກົດໝາຍຊັ້ນກາງ ທີ່ຂື້ນກັບກະຊວງ ໃຫ້ເປັນໂຮງຮຽນຊັ້ນສູງ. ພ້ອມກັນນັ້ນ, ບັນດາຜູ້ຕາງໜ້າກໍ່ໄດ້ມີການປະກອບຄຳຄິດຄຳເຫັນປະກອບຢ່າງກົງໄປກົງມາ, ຄວາມໝາຍເພື່ອຊ່ວຍຄະນະບັນນາທິການກວດຄືນຫຼັກສູດ ໃຫ້ມີຮອບດ້ານ, ສົມບູນແບບ ແລະ ມີຄຸນນະພາບສູງກວ່າເກົ່າ.

http://trungcapluatdonghoi.edu.vn/uploads/news/2018_11/13.jpg


ສະຫຼຸບການປະກອບຄຳຄິດເຫັນຂອງກອງປະຊຸມ, ດຣ. ຫງວຽນ ໂດ໊ ກຽນ - ຮອງຫົວໜ້າກົມຈັດຕັ້ງພະນັກງານ ໄດ້ກ່າວຄຳຂອບໃຈ ມາຍັງບັນຜູ້ແທນເຂົ້າຮ່ວມທີ່ໄດ້ສະລະເວລາເຂົ້າຮ່ວມ, ຮັບຮອງ ແລະ ຮັບເອົາບັນດາຄຳຄິດເຫັນທີ່ໄດ້ລາຍງານໃນກອງປະຊຸມ, ພ້ອມກັນນັ້ນກໍ່ໄດ້ມອບໜ້າທີ່ໃຫ້ ຄະນະບັນນາທິການຈັດແຈງດັດແປງ, ສົມບູນແບບຂອງຮ່າງຫຼັກສູດວິຊາຊີບກົດໝາຍ ແລະ ວິຊາຊີບບໍລິການນິຕິກຳ ກ່ອນການປະຕິບັດ ບັນດາລະບຽບການເອກະສານຕາມຂໍ້ກຳນົດຂອງກົດໝາຍ ເພື່ອລາຍງານໃຫ້ຄະນະນຳຂອງກະຊວງ ພິຈາລະນາ, ອະນຸມັດ./.

 

ເຈົ້າຂອງກະທູ້: Anh Tu

ຂ່າວຫຼ້າສຸດ

ຂ່າວເກົ່າ

 

ກິດຈະກໍາວິດີໂອ

ໂຮງຮຽນກົດຫມາຍໃນ Dong Hoi, Quang Binh

ຕິດຕໍ່ ເຊື່ອມໂຍງເວັບໄຊ

ສະຖິຕິ

  • ຜົນການຊອກຫາຜູ້ຊົມໃຊ້: 364
  • ບຸກຄົນທົ່ວໄປ: 353
  • ຄົ້ນຫາ Host: 11
  • ໃນມື້ນີ້: 1092
  • ເດືອນປັດຈຸບັນ: 3804
  • hits ທັງຫມົດ: 439337

ພາບກິດຈະກໍາ

  • 1
  • 1
  • 1
  • 1
  • 1