ປະເພດ

ຕິດຕໍ່

ໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍ
ທີ່ຕັ້ງ: ໜ່ວຍ 6, ຕາແສງ ບັກລີ໋, ນະຄອນ ດົ່ງເຮິຍ, ແຂວງ ກວາງບິ່ງ
 ໂທລະສັບ: +842326 258 016
Email: trungcapluat@gmail.com

ພະນັກງານປະຈຳການ
ທ່ານ ຫງວຽນ ເຈືອງ ແອງ ຕູ໋

ໂທລະສັບ: +842326 252 007
ມືຖື: +84971 990 882
  Email: anhtu.vientiane@gmail.com

Trang nhất » ຂ່າວ » ບົດລາຍງານກິດຈະກໍາ

ກະຊວງຍຸຕິທໍາຈັດຕັ້ງພິທີການປະກາດ ຂໍ້ຕົກລົງມອບໝາຍໜ້າທີ່ໃຫ້ ຮັກສາການ ອໍານວຍການໂຮງຮຽນກົດໝາຍຊັ້ນກາງດົງເຫີຍ

ສຸກ - 21/12/2018 08:59

ໃນຕອນເຊົ້າ ວັນທີ 13/9/2018, ກະຊວງຍຸຕິທໍາໄດ້ຈັດຕັ້ງພິທີປະກາດທາງອອນໄລ ທີ່ອອກຂໍ້ຕົກລົງມອບໝາຍໜ້າທີ່ໃຫ້ ທ່ານ ຫວໍ໊ ຄັກ ຮວານ - ຮອງອໍານວຍການໂຮງຮຽນ ໃຫ້ດໍາລົງຕໍາແໜ່ງ ຮັກສາການ ອໍານວຍການໂຮງຮຽນກົດໝາຍຊັ້ນກາງດົງເຫີຍນັບແຕ່ ວັນທີ 10/9/2018 ເປັນຕົ້ນໄປ.

ສະຫາຍ ດັ້ງ ຮ່ວາງ ແອວງ - ຮອງລັດຖະມົນຕີກະຊວງຍຸຕິທໍາໄດ້ເປັນປະທານຈັດ ພິທີດັ່ງກ່າວ, ເຊິ່ງຜູ້ເຂົ້າຮ່ວມພິທີມີ ສະຫາຍ ຫງວຽນ ໂດ໊ ກຽນ - ຮອງຫົວໜ້າກົມຈັດຕັ້ງ ພະນັກງານ, ສະຫາຍ ເລ ເວ້ ກັວກ - ຫົວໜ້າກົມເຜີຍແຜ່, ສຶກສາກົດໝາຍ, ອະດີດ ອໍານວຍການໂຮງຮຽນກົດໝາຍຊັ້ນກາງດົງເຫີຍ, ຜູ້ຕາງໜ້າໃຫ້ຫ້ອງວ່າການກະຊວງຍຸຕິທໍາ ພ້ອມດ້ວຍພະນັກງານ, ຄູ-ອາຈານທັງໝົດຂອງໂຮງຮຽນກົດໝາຍຊັ້ນກາງດົງເຫີຍ.

http://trungcapluatdonghoi.edu.vn/uploads/news/2018_09/traoqd-1.jpgຕາງໜ້າໃຫ້ຄະນະພັກ, ຄະນະນໍາກະຊວງຍຸຕິທໍາ, ຮອງລັດຖະມົນຕີ ດັ້ງ ຮ່ວາງ ແອວງ ໄດ້ສົ່ງຄໍາອວຍພອນ ແລະ ມອບໝາຍໜ້າທີ່ໃຫ້ສະຫາຍ ຫວໍ໊ ຄັກ ຮວານ ສືບຕໍ່ບຸກບືນ, ສູ້ຊົນ, ສົ່ງເສີມນໍ້າໃຈສາມັກຄີ ພ້ອມດ້ວຍພະນັກງານ, ຄູ-ອາຈານທັງໝົດທີ່ເຮັດໃຫ້ ໂຮງຮຽນກົດໝາຍຊັ້ນກາງດົງເຫີຍນັບມື້ນັບພັດທະນາຢ່າງຍືນຍົງ. ໃນນັ້ນ, ໃຫ້ສຸມໃສ່ ບັນດາໜ້າທີ່ທີ່ສໍາຄັນຄື: ການປະຕິບັດໂຄງການພັດທະນາໂຮງຮຽນ, ປັບປຸງຄຸນນະພາບ ການສຶກສາ, ພິເສດແມ່ນສໍາລັບນັກຮຽນລາວ, ຝຶກອົບຮົມດ້ານວິຊາການໃຫ້ແກ່ພະນັກງານ, ຄູ-ອາຈານ; ສືບຕໍ່ປະຕິບັດເສີມຂະຫຍາຍໃຫ້ຖືກຕາມກໍານົດເວລາ, ຄຸນນະພາບຂອງ ໄລຍະທີສອງ ໂຄງການກໍ່ສ້າງໂຮງຮຽນ. ທີ່ພິທີ, ສະຫາຍ ເລ ເວ້ ກັວກ ໄດ້ສົ່ງຄໍາອວຍພອນທີ່ດີງາມມາຍັງ ສະຫາຍ ຫວໍ໊ ຄັກ ຮວານທີ່ໄດ້ມອບໝາຍໜ້າທີ່ໃຫ້ເປັນຜູ້ຮັກສາການ ອໍານວຍການໂຮງຮຽນ, ໃຫ້ຄວາມ ເຊື່ອໝັ້ນວ່າ ສະຫາຍ ຫວໍ໊ ຄັກ ຮວານ ຈະປະສົບຜົນສໍາເລັດໃນໜ້າທີ່ໄປດ້ວຍດີ.

ພ້ອມກັນນັ້ນ, ສະຫາຍ ເລ ເວ້ ກັວກ ຈະໄປພ້ອມກັນຢ່າງສະເໝີ, ໃຫ້ການແບ່ງເບົາກັບ ໂຮງຮຽນໃນໄລຍະຕໍ່ໜ້າ.

http://trungcapluatdonghoi.edu.vn/uploads/news/2018_09/traoqd-2.jpg

ກ່າວຄໍາປາໄສຮັບໜ້າທີ່, ສະຫາຍ ຫວໍ໊ ຄັກ ຮວານ ໄດ້ສະແດງຄວາມຂອບໃຈ ແລະ ໃຫ້ຄວາມສົນໃຈຢ່າງເລິກເຊິ່ງ, ເຊື່ອໝັ້ນ, ນໍາພາ, ການຊີ້ນໍາຢ່າງຮອບດ້ານຂອງຄະນະພັກ, ຄະນະນໍາກະຊວງຍຸຕິທໍາໃຫ້ແກ່ສະຫາຍເວົ້າສະເພາະ ແລະ ເວົ້າລວມແມ່ນໂຮງຮຽນ ກົດໝາຍຊັ້ນກາງດົງເຫີຍ. ພ້ອມກັນນັ້ນ, ໄດ້ໃຫ້ຄໍາໝັ້ນສັນຍາຈະພະຍາຍາມ, ເປັນ ແບບຢ່າງໃນໜ້າທີ່ເພື່ອເຮັດໃຫ້ໂຮງຮຽນຜ່ານຜ່າທຸກອຸປະສັກ, ຄວາມທ້າທາຍໃຫ້ປະສົບຜົນ ສໍາເລັດໃນໜ້າທີ່ດ້ານການເມືອງທີ່ໄດ້ມອບໝາຍໄວ້.


ເຈົ້າຂອງກະທູ້: Ngoc Cam

ຂ່າວຫຼ້າສຸດ

ຂ່າວເກົ່າ

 

ກິດຈະກໍາວິດີໂອ

ໂຮງຮຽນກົດຫມາຍໃນ Dong Hoi, Quang Binh

ຕິດຕໍ່ ເຊື່ອມໂຍງເວັບໄຊ

ສະຖິຕິ

  • ຜົນການຊອກຫາຜູ້ຊົມໃຊ້: 0
  • ໃນມື້ນີ້: 3
  • ເດືອນປັດຈຸບັນ: 1670
  • hits ທັງຫມົດ: 437203

ພາບກິດຈະກໍາ

  • 1
  • 1
  • 1
  • 1
  • 1