ປະເພດ

ຕິດຕໍ່

ໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍ
ທີ່ຕັ້ງ: ໜ່ວຍ 6, ຕາແສງ ບັກລີ໋, ນະຄອນ ດົ່ງເຮິຍ, ແຂວງ ກວາງບິ່ງ
 ໂທລະສັບ: +842326 258 016
Email: trungcapluat@gmail.com

ພະນັກງານປະຈຳການ
ທ່ານ ຫງວຽນ ເຈືອງ ແອງ ຕູ໋

ໂທລະສັບ: +842326 252 007
ມືຖື: +84971 990 882
  Email: anhtu.vientiane@gmail.com

Trang nhất » ຂ່າວ » ບົດລາຍງານກິດຈະກໍາ

ພິທີເຄົາລົບທຸງຊາດຕົ້ນສົກຮຽນ 2018 - 2019

ສຸກ - 21/12/2018 08:50

ຕອນແລງວັນທີ 13 ກັນຍາ 2018 ໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍໄດ້ຈັດຕັ້ງພິທີທຳອິດເຄົາລົບທຸງຊາດຕົ້ນສົກຮຽນ 2018 - 2019 ຢ່າງສະຫງ່າຜ່າເຜີຍ. ມາເຂົ້າຮ່ວມພິທີມີອາຈານຫວໍ ຄັກ ຮວານ - ຮັກສາການອຳນວຍການໂຮງຮຽນ, ພ້ອມກັບບັນດາພະນັກງາ, ຄູອາຈານ ແລະ ນັກຮຽນທັງໝົດມີ 680 ຄົນ.

ອາຈານ ຮ່າ ທິ້ ແທງ ບີ່ງ ຜູ້ທີ່ຮັບຜິດຊອບພາກກິດຈະການນັກຮຽນຕ່າງໜ້າໃຫ້ຫ້ອງການສຶກສາ ແລະ ກິດຈະການນັກຮຽນໄດ້ລາຍງາ ການຮຳ່ຮຽນ, ການຮ່ວມຊີວິດ, ການປະຕິ ບັດລະບຽບກົດວິໄນ ຂອງນັກຮຽນພາຍຫຼັງເວລາພັກແລ້ງ ແລະ ທິດທາງ, ໜ້າທີ່ໃນເດືອນຕໍ່ໄປ; ພ້ອມດຽວກັນປຸກລະດົມ ຂະບວນການແຂ່ງຂັນ:“ຫໍພັກສະອາດ, ງາມ ແລະ ຄວາມ ສີວິໄລ”, ຂະບວນການ “ໝູ່ເພື່ອນຊ່ວຍເຫຼືອເຊິ່ງກັນ ແລະ ກັນ” ໃຫ້ແກ່ນັກຮຽນທັງປວງ.

http://trungcapluatdonghoi.edu.vn/uploads/news/2018_09/chaoco1792018-1.png

ທີ່ພິທີເຄົາລົບທຸງຊາດຄະນະຊາວໜູ່ມໂຮງຮຽນໄດ້ສະຫລຸບ, ປະເມີນບັນດາການເຄື່ອນໄຫວໄດ້ຈັດຕັ້ງ ໃນເດືອນກັນຍາ 2018, ສະເ ບັນດາສະໂມສອນແບບວິທີການຕີມວຍ, ສາໂມ ສອນ Yoga ໃຫ້ແກ່ ນັກຮຽນໝົດທຸກຄົນ; ຍ້ອງຍໍໃຫ້ແກ່່ນັກຮຽນຜູ້ທີ່ມີຜົນງານດີເດັ່ນໃນການປະຕິບັດວຽກງານຄັດເລືອກ ນັກຮຽນຂອງໂຮງຮຽນ.

http://trungcapluatdonghoi.edu.vn/uploads/news/2018_09/chaoco1792018-2.png
ອາຈານ ຫວໍ ຄັກ ຮວານ - ຮັກສາການອໍານວຍການໂຮງຮຽນ

ມອບລາງວັນໃຫ້ແກ່ນັກຮຽນ


ກ່າວຄຳປາໄສຕໍ່ພິທີເຄົາລົບທຸງຊາດອາຈານ ຫວໍ ຄັກ ຮວານ - ຮັກສາການອຳນວຍການໄດ້ເຊື່ອມຊຶມບັນດາໜ້າທີ່ສຳຄັນ, ວຽກຈຸດສຸມໃນເດືອນກັນຍາ 2018 ແລະ ຮຽກຮ້ອງໃຫ້ສືບຕໍ່ປ່ຽນໃໝ່ທາງດ້ານເນື້ອໃນ, ຮູບການຈັດຕັ້ງພິທີເຄົາລົບທຸງຊາດໃນບັນດາເດືອນຕໍ່ໄປເພື່ອແນໃສ່ເພີ່ມທະວີຄວາມມີຊີວິດຊີວາ, ຄວາມຈັບໃຈ, ຄວາມໃກ້ຊິດກັບນັກຮຽນ ແລະ ເພື່ອໃຫ້ມີຄວາມໝາຍ ແລະ ມີປະສິດທິຜົນສູງ.
ຕໍ່ກັບຈຸດປະສົງ ແລະ ຄວາມໝາຍຂອງພິທີເຄົາລົບທຸງຊາດປະຈຳເດືອນໄດ້ສ້າງແຮງຈູງໃຈເພື່ອພະນັກງານ, ອາຈານ, ນັກຮຽນຢູ່ບັນດາຫ້ອງຮຽນ, ບັນດາຊຸດຮຽນແຂ່ງຂັນສອນດີ - ຮຽນດີ, ຊຸກຍູ້ປະຕິບັດວຽການ ແລະ ຂະບວນການຄະນະຊາວໜູ່ມນັບມື້ນັບກ້າວສູ່ລວງເລິກ, ປະກອບສ່ວນສຳເລັດໜ້າທີ່ການເມືອງຂອງໂຮງຮຽນຢ່າງດີເດັ່ນ.

 

ເຈົ້າຂອງກະທູ້: Doan Huyen

ຂ່າວຫຼ້າສຸດ

ຂ່າວເກົ່າ

 

ກິດຈະກໍາວິດີໂອ

ໂຮງຮຽນກົດຫມາຍໃນ Dong Hoi, Quang Binh

ຕິດຕໍ່ ເຊື່ອມໂຍງເວັບໄຊ

ສະຖິຕິ

  • ຜົນການຊອກຫາຜູ້ຊົມໃຊ້: 0
  • ໃນມື້ນີ້: 915
  • ເດືອນປັດຈຸບັນ: 2627
  • hits ທັງຫມົດ: 456249

ພາບກິດຈະກໍາ

  • 1
  • 1
  • 1
  • 1
  • 1