ເພື່ອຍົກສູງຄຸນນະພາບໃນການຮຽບຮຽງແລະ ນຳໃຊ້ຫຼັກສູດວິຊາຊີບກົດໝາຍຊັ້ນສູງ ໃນປີ 2020, ໃນວັນທີ 21 - 22 ຕຸລາ 2020, ວິທະຍາໄລກົດໝາຍພາກກາງໄດ້ຈັດກອງປະຊຸມສຳມະນາຮັບເອົາຄຳເຫັນສຳລັບຮ່າງຕຳລາຫຼັກສູດວິຊາຊີບກົດໝາຍຊັ້ນສູງ ປີ 2020
ກຳກັບບັນຊາກອງປະຊຸມມີການເປັນປະທານຂອງອາຈານ ປທ. ຫວໍ ຄັກ ຮວານ - ເລຂາຄະນະພັກ, ອຳນວຍການໂຮງຮຽນ, ພ້ອມໂດຍການເຂົ້າຮ່ວມຂອງບັນດາຫົວໜ້າບັນນາທິການ, ສະມາຊິກຂອງກຸ່ມຮຽບຮຽງຫຼັກສູດແລະ ຄູອາຈານ 3 ຄະນະວິຊາສະເພາະ.

ກອງປະຊຸມສຳມະນາໄດ້ປະກອບເອົາຄຳເຫັນໃຫ້ແກ່ 04 ຫຼັກສູດຄື: ຮ່າງຕຳລາຫຼັກສູດໝາຍວ່າດ້ວຍການແຕ່ງງານແລະ ຄອບຄົວຫວຽດນາມ; ຮ່າງຕຳລາຫຼັກສູດກົດໝາຍແພ່ງຫວຽດນາມ; ຮ່າງຕຳລາຫຼັກສູດກົດໝາຍແຮງງານຫວຽດນາມແລະ ຮ່າງຕຳລາຫຼັກສູດຫຼັກສູດກົດໝາຍວ່າດ້ວຍການຄ້າຫວຽດນາມ. ພາຍຫຼັງທີ່ໄດ້ຮັບຟັງການນຳສະເໜີເນື້ອໃນໂດຍຫຍໍ້ຮ່າງຕຳລາຂອງຫົວໜ້າບັນນາທິການ, ນັກບັນລະຍາຍແລ ະຜູ້ເຂົ້າຮ່ວມກອງປະຊຸມໄດ້ສະເໜີຄວາມຄິດເຫັນຂອງຕົນ, ແລກປ່ຽນຢ່າງຫ້າວຫັນ, ສົນທະນາແລະ ຊີ້ແຈງເນື້ອໃນຕ່າງໆຂອງບັນດາຮ່າງຕຳລາຫຼັກສູດ.


ພາຍຫຼັງ 2 ມື້ ເຮັດວຽກໂດ້ຍຄວາມຮັບຜິດຊອບ, ກະຕືລືລົ້ນ, ສິ້ນສຸດກອງປະຊຸມສຳມະນາ, ອາຈານ ປທ. ຫວໍ ຄັກຮວານ ຕີລາຄາສູງຕໍ່ຄວາມຮັບຜິດຊອບຂອງກຸ່ມທີມງານຮຽບຮຽງ, ຄຸນນະພາບຂອງເນື້ອໃນຮ່າງຕຳລາຫຼັກສູດ ພ້ອມທັງຄຸນນະພາບຂອງຄຳເຫັນຈາກຜູ້ເຂົ້າຮ່ວມກອງປະຊຸມ. ພາຍຫຼັງກອງປະຊຸມສຳມະນານີ້, ບັນດາກຸ່ມຮຽບຮຽງສືບຕໍ່ຮັບເອົາແລະ ປັບປຸງຮ່າງກ່ອນທີ່ຈະຈັດຕັ້ງການປະເມີນຜົນແລະ ການອະນຸມັດຜ່ານ.
ຄວາມຄິດເຫັນ