ໃນບັນຍາກາດຂອງທົ່ວປະເທດເຂົ້າສູ່ສົກຮຽນໃໝ່, ໃນຕອນເຊົ້າຂອງວັນທີ 5 ກັນຍາ 2020, ຄູອາຈານ ແລະນັກສຶກສາຂອງວິທະຍາໄລກົດໝາຍພາກກາງໄດ້ເຂົ້າຮ່ວມພິທີເປີດສົກຮຽນປີ 2020-2021 ທີ່ສູນການສຶກສາ ແລະບຳລຸງສ້າງວິຊາຊີບນະຄອນ ດົ່ງ ເຮີຍ, ແຂວງ ກວາງ ບິ່ງ.
ເຂົ້າຮ່ວມພິທີເປີດສົກຮຽມີບັນດາຜູ້ນຳຂອງບັນດາໜ່ວງານທີ່ຮ່ວມກັນ, ເຊັ່ນ: ວິທະຍາໄລວິຊາຊີບ ເລກ 9, ວິທະຍາໄລອຸດສາຫະກຳ ແລະ ກະສິກຳ ກວາງ ບິ່ງ, ວິທະຍາໄລການທ່ອງທ່ຽວ... ສ່ວນທາງວິທະຍາໄລກົດໝາຍພາກກາງເຮົາ, ມີອາຈານ ປະລິນຍາໂທ ຫວໍ ຄັກ ຮວານ - ເລຂາຄະນະພັກ, ຮັກສາການອຳນວຍການໂຮງຮຽນ.
ສູນການສຶກສາ ແລະ ບຳລຸງສ້າງວິຊາຊີບນະຄອນ ດົ່ງ ເຮີຍ, ແຂວງ ກວາງ ບິ່ງ ແມ່ນ ໜ່ວຍງານ ໄດ້ບັນດາໂຮງຮຽນຊັ້ນກາງ, ວິທະຍາໄລໃນແຂວງ ກວາງ ບິ່ງ ໃຫ້ຄວາມຮ່ວມກັນ ເພື່ອຝຶກອົບຮົມ ຫຼັກສູດສາມັນມັດທະຍົມຕອນປາຍ ໃຫ້ແກ່ນັກຮຽນຮຽນຈົບມັດທະຍົມຕອນຕົ້ນເຂົ້າຮຽນຫຼັກສູດລະດັບຊັ້ນກາງ. ສົກຮຽນນີ້, ວິທະຍາໄລກົດໝາຍພາກກາງຮ່ວມກັບສູນການສຶກສາ ແລະ ຝຶກອົບຮົມ ວິຊາຊີບນະຄອນ ດົ່ງ ເຮືຍ ເພື່ອຝຶກອົບຮົມຫລັກສູດສາມັນມັດທະຍົມຕອນປາຍ ໃຫ້ແກ່ນັກຮຽນ 400 ກວ່າຄົນຮຽນຫລັກສູດຊັ້ນກາງ (ຫ້ອງ 12 ມີ 2 ຫ້ອງ, ຫ້ອງ 11 ມີ 2 ຫ້ອງ, ຫ້ອງ 10 ມີ 3 ຫ້ອງ). ພວກເຂົາໄດ້ຮັບການຝຶກອົບຮົມໄປພ້ອມໆກັບ 2 ຫລັກສູດຊັ້ນກາງກົດໝາຍ ແລະຫລັກສູດ ສາມັນມັດທະຍົມຕອນປາຍ, ເມື່ອພວກເຂົາຈົບການສຶກສາ, ພວກເຂົາຈະໄດ້ຮັບ ໃບປະກາດ ມັດທະຍົມຕອນປາຍ ແລະ ໃບປະກາດຊັ້ນກາງກົດໝາຍ.
ຕາງໜ້າສູນການສຶກສາ ແລະ ບຳ ລຸງສ້າງວິຊາຊີບນະຄອນ ດົ່ງ ເຮີຍ, ທ່ານ ຫງວຽນ ຊວນ ຕິ, ຜູ້ອຳ ນວຍການສູນອ່ານຈົດໝາຍຊົມເຊີຍສົກຮຽນໃໝ່ຂອງປະທານປະເທດ ແລະກ່າວຄຳປາໄສ, ຕີກອງ ເພື່ອເປີດສົກຮຽນໃໝ່. ພ້ອມດຽວກັນນີ້, ຜູ້ຕາງໜ້າບັນດາໜ່ວຍງານທີ່ຮ່ວມກັບໄດ້ສະແດງ ຄວາມຍິນດີ ແລະຂອບໃຈ.

ຜູ້ນຳສູນດັ່ງກ່າວຕີກອງເພື່ອເປີດສົກຮຽນ
ພິທີໄດ້ດຳເນີນໄປດ້ວຍບັນຍາກາດເບີກບານມ່ວນຊື່ນ ແລະປະສົບຜົນສຳເລັດ ./.
ຄວາມຄິດເຫັນ