ປະເພດ

ຕິດຕໍ່

ໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍ
ທີ່ຕັ້ງ: ໜ່ວຍ 6, ຕາແສງ ບັກລີ໋, ນະຄອນ ດົ່ງເຮິຍ, ແຂວງ ກວາງບິ່ງ
 ໂທລະສັບ: +842326 258 016
Email: trungcapluat@gmail.com

ພະນັກງານປະຈຳການ
ທ່ານ ຫງວຽນ ເຈືອງ ແອງ ຕູ໋

ໂທລະສັບ: +842326 252 007
ມືຖື: +84971 990 882
  Email: anhtu.vientiane@gmail.com

Trang nhất » ຂ່າວ » ບົດລາຍງານກິດຈະກໍາ

ຈັດຕັ້ງການຝຶກອົບຮົມຄວາມຮູ້ກ່ຽວກັບກົດໝາຍທຸລະກິດໃຫ້ແກ່ວິສາຫະກິດ ປີ 2020

ທີສາມ - 13/10/2020 10:05

ເຂົ້າຮ່ວມຊຸດອົບຮົມມີຜູ້ຕາງໜ້າສະມາຄົມວິສາຫະກິດແຂວງກວາງບິ່ງ, ອາຈານ ຫວໍ ຄັກ ຮວານ - ອຳນວຍການໂຮງຮຽນ, ຜູ້ແທນກວ່າ 100 ຄົນທີ່ເປັນການນຳ, ພະນັກງານກົດໝາຍ, ແລະພະນັກງານວິສາຫະກິດຢູ່ແຂວງກວາງບິ່ງພ້ອມກັບການເຂົ້າຮ່ວມຂອງຄູອາຈານໂຮງຮຽນໝົດທຸກຄົນ.

ທີ່ຊຸດອົບຮົມສົດ, ຜູ້ເຂົ້າຮ່ວມໄດ້ຮັບຟັງຫົວຂໍ້ “ບາງຂໍ້ກຳນົດຂອງກົດໝາຍຫວຽດນາມກ່ຽວກັບການຈົດທະບຽນວິສາຫະກິດ” ແລະ “ກົນໄກຮັບປະກັນສິດເສລີໃນການດຳເນີນທຸລະກິດຂອງວິສາຫະກິດ” ບັນລະຍາຍໂດຍ ທ່ານ ດຣ. ດັ້ງ ຫວູ ຮວນ, ຫົວໜ້າບັນນາທິການວາລະສານປະຊາທິປະໄຕແລະ ກົດໝາຍ; ຫົວຂໍ້ “ສະພາບການປະຈຸບັນຂອງການຂຶ້ນທະບຽນວິສາຫະກິດຢູ່ກວາງບິ່ງ” ບັນລະຍາຍໂດຍນັກວິຊາການພະແນກແຜນການແລະ ການລົງທືນແຂວງກວາງບິ່ງ.

ດ້ວຍເປົ້າໝາຍປັບປຸງໃໝ່ໃນການຮັບຮູ້ທາງດ້ານກົດໝາຍ, ຄວາມຊິນເຄີຍໃນການປະຕິບັດຕາມກົດໝາຍ ຂອງວິສາຫະກິດ. ພ້ອມດຽວກັນນັ້ນ, ກໍ່ສ້າງເງື່ອນໄຂທີ່ຈຳເປັນສຳລັບການປະຕິບັດກົດໝາຍ, ປ້ອງກັນແລະ ຕ້ານຄວາມສ່ຽງທາງກົດໝາຍ, ຍົກສູງຄວາມສາມາດໃນການແຂ່ງຂັນແລະ ປະສິດທິພາບການຜະລິດ, ເຮັດທຸລະກິດຂອງວິສາຫະກິດ. ຊຸດຝຶກອົບຮົມເປັນສັນຍາລັກອັນໃດອັນໜຶ່ງສຳລັບວິສາຫະກິດແຂວງກວາງບິ່ງສະໜອງຄວາມຮູ້ທີ່ເປັນປະໂຫຍດຫຼາຍຢ່າງໃຫ້ແກ່ບັນດາວິສາຫະກິດໃນໄລຍະການເຄື່ອນໄຫວແລະ ການດຳເນີນທຸລະກິດ.
ຜ່ານຊຸດຝືກອົບຮົມ, ມັນໄດ້ຊ່ວຍໃຫ້ຜູ້ທີ່ເຮັດວຽກໂດຍກົງໃນວຽກງານດ້ານກົດໝາຍຂອງວິສາຫະກິດເຂົ້າໃຈຫຼາຍກວ່າເກົ່າກ່ຽວກັບຂໍ້ກຳນົດຂອງກົດໝາຍ ກໍ່ຄື່ພຶດຕິກຳທີ່ຕິດພັນກັບກິດຈະກຳການຂຶ້ນທະບຽນວິສາຫະກິດຢູ່ໃນແຂວງ. ຍົກລະດັບທັກສະໃນການເສນາທິການ, ແກ້ໄຂສະຖານະການສະເພາະໃນຂັ້ນຕອນດຳເນີນທຸລະກິດ./.

ເຈົ້າຂອງກະທູ້: Anh Tú

ຂ່າວຫຼ້າສຸດ

ຂ່າວເກົ່າ

 

ກິດຈະກໍາວິດີໂອ

ໂຮງຮຽນກົດຫມາຍໃນ Dong Hoi, Quang Binh

ຕິດຕໍ່ ເຊື່ອມໂຍງເວັບໄຊ

ສະຖິຕິ

  • ຜົນການຊອກຫາຜູ້ຊົມໃຊ້: 403
  • ບຸກຄົນທົ່ວໄປ: 402
  • ຄົ້ນຫາ Host: 1
  • ໃນມື້ນີ້: 1144
  • ເດືອນປັດຈຸບັນ: 3856
  • hits ທັງຫມົດ: 439389

ພາບກິດຈະກໍາ

  • 1
  • 1
  • 1
  • 1
  • 1